leftcenterrightdel
ທ່ານ ດ່າວໝິ ຮອງປະທານຄະນະກຳມະການປະຊາຊົນແຂວງດັກລັກ ກ່າວຄຳເຫັນ. ພາບ: vov.vn

ຄາດວ່າ, ພິທີໄຂຈະດຳເນີນໃນຕອນຄໍ່າວັນທີ 10 ມີນາ, ທັງໝົດມີ 20 ກິດຈະກຳຫຼັກຈະໄດ້ຈັດຂຶ້ນດ້ວຍບັນດາເນື້ອໃນ, ຄື: ວັດທະນະທຳ, ສົ່ງເສີມການຄ້າ, ກອງປະຊຸມສະເພາະຂະແໜງ ແລະການທ່ອງທ່ຽວ. ທ່ານ ດ່າວໝິ ຮອງປະທານຄະນະກຳມະການປະຊາຊົນແຂວງດັກລັກ ໃຫ້ຮູ້ວ່າ: ກ່ອນນີ້ງານບຸນໄດ້ຈັດຂຶ້ນໃນບໍລິເວນຮັດແຄບ, ປັດຈຸບັນແມ່ນໄດ້ຮັບການເປີດກວ້າງແລ້ວ, ເພາະສະນັ້ນຂ້າພະເຈົ້າ ປາດຖະໜາວ່າ ພວກເຮົາຈົ່ງຕັດສິນໃຈຈັດຕັ້ງງານບຸນໃຫ້ສົມກັບຂອບຂະໜາດ, ທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງດັກລັກ. ພວກເຮົາຖືວ່ານີ້ແມ່ນການໂຄສະນາພາບພົດຂອງດັກລັກ ແລະວິສາຫະກິດຂອງທ້ອງຖິ່ນ. ນີ້ແມ່ນຈຸດປະສົງພັດທະນາການທ່ອງທ່ຽວ, ແນະນຳ, ໂຄສະນາເຄື່ອງໝາຍກາເຟຂອງດັກລັກ.

ແຫຼ່ງຄັດຈາກ: vovworld.vn