ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງຊາວເຜົ່າຂະແມ ເພື່ອສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງ
ຢູ່ຕາແສງຊອງລົກ, ທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນຊາວເຜົ່າຂະແມ ພວມດຳລົງຊີວິດ, ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ເໝາະສົມກັບຄວາມເປັນເອກະລັກສະເພາະຂອງບໍລິເວນ.
    |
 |
|
ແຂວງ ວິງລອງ ພວມມຸ່ງໄປເຖິງການເລືອກຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອມຸ່ງໄປເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 16 ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031, ແຂວງວິງລອງ ພວມສຸມໃສ່ຜັນຂະຫຍາຍບັນດາບາດກ້າວກະກຽມຢ່າງຄົບຊຸດຖືກຕາມຂໍ້ກຳນົດ. ໃນນັ້ນ, ເລື່ອງເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ພະນັກງານຂັ້ນຮາກຖານ, ສະມາຊິກພັກທີ່ເປັນຊາວເຜົ່າ ຂະແມ ໄດ້ຮັບການກຳນົດວ່າມີການປະກອບສ່ວນສຳຄັນສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງໃນປະຊາຊົນ.
ຢູ່ຕາແສງ ຊອງລົກ, ທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ພວມດຳລົງຊີວິດ, ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ເໝາະສົມກັບຄວາມເປັນເອກະລັກສະເພາະຂອງບໍລິເວນ. ຄະນະຊີ້ນຳການເລືອກຕັ້ງຕາແສງໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກ 25 ທ່ານ; ຄະນະກຳມະການເລືອກຕັ້ງຕາແສງລວມມີ 17 ທ່ານ; 8 ຫົວໜ່ວຍເລືອກຕັ້ງ ແລະ 24 ໜ່ວຍເລືອກຕັ້ງໄດ້ສ້າງຕັ້ງໃຫ້ສຳເລັດຖືກຕາມຂໍ້ກຳນົດ.
ຕາແສງໄດ້ກະກຽມເງື່ອນໄຂທາງດ້ານວັດຖຸ, ສະຖານທີ່ພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍເລືອກຕັ້ງ; ສ້າງແຜນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນຕະຫຼອດວິວັດການເລືອກຕັ້ງ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ