ບັນດາການຮ້ອງຟ້ອງປົກປ້ອງການຄ້າສໍາລັບຜະລິດຕະພັນສົ່ງອອກຂອງຫວຽດນາມ ນັບມື້ນັບເພີ່ມຂຶ້ນ, ໃນສະພາບການຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງດ້ວຍຄວາມໄວເຕີບໂຕຂອງການສົ່ງອອກທີ່ປະທັບໃຈໃນຊຸມປີຜ່ານມາ.
ເນື້ອໃນປົກປ້ອງທີ່ບໍ່ເຄີຍມີມາກ່ອນ
ເມື່ອຄິດໄລ່ມາຮອດປະຈຸບັນ, ສິນຄ້າສົ່ງອອກຂອງຫວຽດນາມ ໄດ້ປະເຊີນໜ້າກັບຄະດີປົກປ້ອງການຄ້າ 293 ຄະດີຈາກຕະຫຼາດສົ່ງອອກແຫ່ງຕ່າງໆ. ຂອບເຂດ ແລະລະດັບຄວາມສັບສົນຂອງເຫດການກຳລັງຂະຫຍາຍກວ້າງອອກຢ່າງວ່ອງໄວ, ເມື່ອຫຼາຍປະເທດເລີ່ມສືບສວນກວດກາຢູ່ເນື້ອໃນໃໝ່ທີ່ບໍ່ເຄີຍມີມາກ່ອນໃນທຳນຽມ, ບໍ່ພຽງແຕ່ຢຸດຢູ່ຂະແໜງຫຼັກແຫຼ່ງທີ່ມີວົງເງິນການຄ້າໃຫຍ່ເທົ່ານັ້ນ.
ກົງກັນຂ້າມ, ມາຮອດປະຈຸບັນ, ກົມປົກປ້ອງການຄ້າ (ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ) ກໍ່ໄດ້ເລີ່ມສືບສວນກວດກາເຫດການທັງໝົດ 62 ຄະດີ; ພວມນໍາໃຊ້ 37 ມາດຕະການປົກປ້ອງການຄ້າສໍາລັບສິນຄ້ານໍາເຂົ້າຫວຽດນາມ. ບັນດາສິນຄ້າທີ່ຢູ່ໃນເປົ້າໝາຍສືບສວນກວດກາແມ່ນຫຼາກຫຼາຍຮູບແບບພໍສົມຄວນ, ລວມມີບັນດາຜະລິດຕະພັນໂລຫະທີ່ເປັນພື້ນຖານ, ເຄມີ ແລະຢາງ, ວັດສະດຸກໍ່ສ້າງ, ສິນຄ້າບໍລິໂພກທີ່ເປັນພື້ນຖານ.
    |
 |
|
ເຫຼັກກ້າແມ່ນໜຶ່ງໃນບັນດາຜະລິດຕະພັນຂອງຫວຽດນາມ ຖືກຫຼາຍຕະຫຼາດເລີ່ມສືບສວນກວດກາປົກປ້ອງການຄ້າ. ພາບ: vov.vn |
ຢືນຢັນສິນຄ້າຫວຽດນາມ ນັບມື້ນັບປະເຊີນໜ້າກັບຄວາມກົດດັນທີ່ເພີ່ມຂຶ້ນຈາກບັນດາມາດຕະການປົກປ້ອງການຄ້າຂອງປະເທດນໍາເຂົ້າ, ທ່ານນາງ ຫງວຽນຮັ່ງງາ ຮອງຫົວໜ້າຫ້ອງແກ້ໄຂ ແລະປົກປ້ອງການຄ້າຕ່າງປະເທດ (ກົມປົກປ້ອງການຄ້າ-ກະຂວງອຸດສາຫະກໍາ ແລະການຄ້າຫວຽດນາມ) ໃຫ້ຮູ້ວ່າ ບັນດາການຮ້ອງຟ້ອງປົກປ້ອງການຄ້ານັບມື້ນັບສັບສົນກວ່າ, ເນື່ອງຈາກອົງການສືບສວນປະເທດຕ່າງໆປ່ຽນແປງວິທີການເຂົ້າເຖິງ ແລະຍົກອອກເນື້ອໃນທີ່ບໍ່ເຄີຍມີມາກ່ອນໃນທຳນຽມຢ່າງຕໍ່ເນື່ອງ. ພ້ອມດຽວກັນນັ້ນ ສິນຄ້າດຽວອາດຈະໄດ້ສືບສວນຕ່າງກັນຫຼາຍຄັ້ງ, ຄືຜະລິດຕະພັນອາລູມີນຽມ, ເຫຼັກກ້າຂອງຫວຽດນາມ ທີ່ເຄີຍຖືກສືບສວນຕ້ານການລົບຫຼີກພາສີປົກປ້ອງການຄ້າ, ຫຼັງຈາກນັ້ນສືບຕໍ່ຖືກສືບສວນຕ້ານການຂາຍບຸບລາຄາ, ຕ້ານການອຸດໜູນ ແລະຕ້ານການຫຼີກລ້ຽງໃນຫຼາຍໄລຍະ.
ທ່ານນາງ ຫງວຽນຮັ່ງງາ ໄດ້ວິເຄາະວ່າ “ຂອບເຂດການສືບສວນການປົກປ້ອງການຄ້າບໍ່ພຽງແຕ່ສຸມໃສ່ສິນຄ້າສົ່ງອອກຫຼັກແຫຼ່ງ, ຄື: ເຫຼັກກ້າ, ເຄື່ອງຕໍ່າແຜ່ນຕັດຫຍິບ, ເກັບໜັງ ຫຼືເອເລັກໂຕນິກເທົ່ານັ້ນ ຫາກຍັງເປີດກວ້າງໄປໃສ່ຜະລິດຕະພັນທ່ີ່ມີຄຸນຄ່າຕ່ຳອີກ. ສ່ິງເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ບໍ່ວ່າສິນຄ້າປະເພດໃດກໍ່ອາດຈະຖືກສືບສວນຢ່າງຕໍ່ເນື່ອງ ແລະອົງການສືບສວນໄດ້ວາງອອກຄວາມຮຽກຮ້ອງຕ້ອງການທີ່ຍາກຫຼາຍ, ຮຽກຮ້ອງໃຫ້ວິສາຫະກິດຕ້ອງສະໜອງຂໍ້ມູນຢ່າງລະອຽດ, ຍິ່ງໄປກວ່ານັ້ນແມ່ນທັງຂໍ້ມູນທີ່ມີຄວາມສະດຸ້ງໄວເຊິ່ງບໍ່ແມ່ນວ່າເວລາໃດວິສາຫະກິດກໍ່ມີໃຫ້ພ້ອມສະເໝີ”.
ຕົວເລກຕ່າງໆກ່ຽວກັບການສືບສວນການປົກປ້ອງການຄ້າສໍາລັບສິນຄ້າສົ່ງອອກໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສະພາບແວດລ້ອມດ້ານການຄ້າສາກົນ, ເມື່ອວິສາຫະກິດຫວຽດນາມ ພວມເຂົ້າຮ່ວມທີ່ນັບມື້ນັບເຄັ່ງຄັດຫຼາຍ, ມີຄວາມສ່ຽງສູງ ແລະອາດຈະສົ່ງຜົນກະທົບເຖິງສິນຄ້າສົ່ງອອກໃດໜຶ່ງ, ຈາກຜະລິດຕະພັນອຸດສາຫະກໍາຫຼັກແຫຼ່ງຈົນເຖິງສິນຄ້າທີ່ມີຄຸນຄ່ານ້ອຍ. ສິ່ງເຫຼົ່ານີ້ຮຽກຮ້ອງໃຫ້ວິສາຫະກິດຕ້ອງເປັນເຈົ້າການປະກອບ “ໂລ້ກັ້ນບັງ” ປົກປ້ອງການຄ້າເພື່ອຫຼຸດຜ່ອນຄວາມສ່ຽງ ແລະປົກປ້ອງສ່ວນແບ່ງຕະຫຼາດສົ່ງອອກ.
ເປັນເຈົ້າການປົກປ້ອງຜົນປະໂຫຍດອັນຊອບທໍາເພື່ອຮັບມືກັບຄວາມສ່ຽງຈາກການປົກປ້ອງການຄ້າທີ່ນັບມື້ນັບໃຫຍ່, ຕາມທ່ານນາງ ຫງວຽນຮັ່ງງາ ແລ້ວ, ວິສາຫະກິດທີ່ໄດ້ສະເໜີແນະຕ້ອງສຸມໃສ່ບາງຍຸດທະສາດຕົ້ນຕໍເພື່ອເຮັດໃຫ້ຫຼຸດຜ່ອນຄວາມສ່ຽງທີ່ອາດຈະຖືກສືບສວນ ແລະຈໍາກັດຄວາມເສຍຫາຍເມື່ອເກີດເຫດການ. ພິເສດ, ວິສາຫະກິດຕ້ອງຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແລະແຫຼ່ງສະໜອງແມ່ນປັດໄຈຕັດສິນຊີ້ຂາດ. ເລື່ອງອີງໃສ່ຕະຫຼາດດຽວດໍາເນີນການສືບສວນປົກປ້ອງການຄ້າເປັນປະຈໍາຈະເຮັດໃຫ້ວິສາຫະກິດຖືກເສຍຫາຍຫຼາຍກວ່າເມື່ອວົງເງິນການຄ້າເພີ່ມຂຶ້ນສູງ.
ຄຽງຂ້າງກັນນັ້ນ, ຮຽກຮ້ອງຫັນລະບົບປື້ມບັນຊີໃຫ້ມີຄວາມໂປ່ງໃສ ແລະກໍ່ສ້າງລະບົບຊອກແຫຼ່ງກໍາເນີດຢ່າງຈະແຈ້ງແມ່ນໜຶ່ງໃນຂໍ້ສະເໜີແນະທີ່ຈໍາເປັນສໍາລັບວິສາຫະກິດ. ຍ້ອນວ່າ ນີ້ແມ່ນພື້ນຖານສໍາຄັນຊ່ວຍໃຫ້ວິສາຫະກິດຮັບມືເມື່ອຖືກສືບສວນຕ້ານການຫຼີກລ້ຽງພາສີ, ຕ້ານການສໍ້ໂກງແຫຼ່ງກໍາເນີດ... ບັນດາທ່າອ່ຽງສືບສວນພວມເພີ່ມຂຶ້ນຢ່າງແຂງແຮງໃນຊຸມປີມໍ່ໆມານີ້.
ທ່ານນາງ ງາ ກ່າວເຕືອນວ່າ “ບັນດາວິສາຫະກິດທີ່ໄດ້ຕັ້ງຂໍ້ສະເໜີແນະຕ້ອງກະກຽມສໍາເນົາເອກະສານ, ຂໍ້ມູນ, ຂັ້ນຕອນບັນຊີຢ່າງໂປ່ງໃສ, ຮັບຮູ້ຢ່າງຄົບຖ້ວນຄ່າໃຊ້ຈ່າຍຜະລິດຕະພັນ, ດໍາເນີນທຸລະກິດ ແລະລະບົບວັດຖຸດິບສົ້ນເຂົ້າ. ສິ່ງເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດຂອງອົງການສືບສວນຕ່າງປະເທດເທົ່ານັ້ນ, ແຕ່ຍັງຍົກສູງລັກສະນະບໍລິຫານ ແລະກໍາລັງແກ່ງແຍ້ງຂອງວິສາຫະກິດເອງ”.
ເປັນເຈົ້າການເພີ່ມກຳລັງຄວາມສາມາດຮັບມືກັບມາດຕະການທີ່ໄດ້ທ່ານ ແບກທັງລອງ ຮອງຜູ້ອໍານວຍການໃຫຍ່ບໍລິສັດຕັດຫຍິບເລກ 10 ໄດ້ຍົກອອກເມື່ອຮັບຮູ້, ດ້ວຍຂະແໜງສິນຄ້າມີການເຕີບໂຕແຮງໃນໄລຍະສັ້ນ, ຈະມີຄວາມສ່ຽງຖືກນໍາໃຊ້ມາດຕະການປົກປ້ອງການຄ້າຈາກຕະຫຼາດສ່ົງອອກ. ຍິ່ງໄປກວ່ານັ້ນ, ໃນຂະແໜງຕັດຫຍິບ, ອັດຕາວັດຖຸສໍາຮອງນໍາເຂົ້າຈາກຈີນ ແຕ່ 60%-70% ກໍ່ແມ່ນຄວາມສ່ຽງທີ່ໜ້າເປັນຫ່ວງອາດຈະຖືກນໍາໃຊ້ມາດຕະການປົກປ້ອງການຄ້າ. ສະນັ້ນ, ເພື່ອໃຫ້ຜະລິດຕະພັນຕັດຫຍິບຂອງຫວຽດນາມ ຫຼຸດຜ່ອນຄວາມສ່ຽງເມື່ອອອກສູ່ຕະຫຼາດສົ່ງອອກ, ບັນດາວິສາຫະກິດຕ້ອງເປັນເຈົ້າການເພີ່ມຄວາມສາມາດໃນການຮັບມື.
ເນັ້ນໜັກເລື່ອງວິສາຫະກິດຕ້ອງກໍ່ສ້າງລະບົບຊອກຫາແຫຼ່ງກໍາເນີດຢ່າງຈະແຈ້ງ, ຫັນອັດຕາມູນຄ່າເພີ່ມພາຍໃນປະເທດໃຫ້ມີຄວາມໂປ່ງໃສ, ນໍາໃຊ້ມາດຕະຖານບັນຊີສາກົນ ແລະເພີ່ມອັດຕາສ່ວນເປັນເຈົ້າຕົນເອງວັດຖຸດິບສົ້ນເຂົ້າ, ທ່ານ ຈູຖັງຈູງ ຮອງຫົວໜ້າກົມປົກປ້ອງການຄ້າຊີ້ແຈ້ງວ່າ ນີ້ແມ່ນບັນດາປັດໄຈສໍາຄັນຊ່ວຍພິສູດໃຫ້ເຫັນລັກສະນະທີ່ໂປ່ງໃສໃນຂັ້ນຕອນການສືບສວນ, ພ້ອມທັງຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະທີ່ຕັ້ງຂອງສິນຄ້າຫວຽດນາມ ໃນລະບົບສະໜອງທົ່ວໂລກ.
ທ່ານ ຈູງ ຍົກອອກທິດທາງວ່າ “ພຶດຕິກໍາຕົວຈິງໄດ້ສະແດງໃຫ້ເຫັນວ່າ, ອົງການຕ່າງປະເທດຮຽກຮ້ອງໃຫ້ສະໜອງສໍາເນົາເອກະສານຢ່າງລະອຽດ ແລະປຽບທຽບໃສ່ກັບຂໍ້ມູນບັນຊີ; ທຸກການຜິດດ່ຽງລ້ວນແຕ່ສາມາດເຮັດໃຫ້ຂໍ້ມູນຖືກປະຕິເສດ. ເລື່ອງຮ່ວມມືຢ່າງເຂັ້ມງວດ, ໂປ່ງໃສບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດປົກປ້ອງຜົນປະໂຫຍດອັນຊອບທໍາຂອງຕົນເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການປັບປຸງອິດທິພົນຊື່ສຽງ, ສ້າງຄວາມເຊື່ອໝັ້ນກັບອົງການສືບສວນ ແລະປົກປ້ອງຜົນປະໂຫຍດລວມຂອງທົ່ວຂະແໜງສິນຄ້າສົ່ງອອກຂອງຫວຽດນາມ ອີກດ້ວຍ”.
ໂດຍ: ໄຊນີດາ