Viettel Telecom ຮ່ວມມືກັບ Ipification ສົ່ງເສີມການກວດສອບຄວາມຖືກຕ້ອງໃນ ໂມບາຍ ທີ່ປອດໄພລຸ້ນໃໝ່
ກປ.ອອນໄລ - ໃນຂອບເຂດກອງປະຊຸມ ໂມບາຍ ໂລກ 2026 (MWC) ທີ່ປະເທດແອັດສະປາຍ, Viettel Telecom ແລະ IPification - ຜູ້ສະໜອງມາດຕະການກວດສອບຄວາມຖືກຕ້ອງໃນໂມບາຍ ທີ່ຫຼາຍກຸ່ມບໍລິສັດເຕັກໂນໂລຊີ ແລະການເງິນທົ່ວໂລກ ນໍາໃຊ້ ໄດ້ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືຜັນຂະຫຍາຍລະບົບກວດສອບຄວາມຖືກຕ້ອງໃນ ໂມບາຍທີ່ປອດໄພລຸ້ນໃໝ່ ສໍາລັບຜູ້ຈອງ Viettel.
ປັດຈຸບັນ, Viettel Telecom ແລະ IPification ພວມສົມທົບກັນກໍ່ສ້າງລະບົບກວດສອບຄວາມຖືກຕ້ອງໃນແອັບເຄືອຂ່າຍ 4G/5G. ຕາມແຜນການ Viettel telecom ແບ່ງປັນ, ໄຕມາດ II-2026 Viettel ຈະເຮັດສໍາເລັດມາດຕະການຢືນຢັນກວດສອບຄວາມຖືກຕ້ອງ ຜ່ານ WiFi ຕາມມາດຕະຖານ TS.43 - ມາດຕະຖານຂອງ GSMA ອະນຸຍາດກວດສອບຄວາມຖືກຕ້ອງຜູ້ຈອງເບີໂທ ເມື່ອເຂົ້າຫາ Wifi ດ້ວຍຊິມ ແລະເຄືອຂ່າຍໂມບາຍ. ຫຼັງຈາກນັ້ນສະສົມໃຫ້ແກ່ບັນດາຄູ່ຮ່ວມມືທະນາຄານ ແລະ Fintech ເທື່ອລະກ້າວ.
    |
 |
|
ຮ້ານວາງສະແດງຂອງ Viettel ທີ່ Mobile World Congress 2026. |
ການພັດທະນາມາດຕະການສອບຄວາມຖືກຕ້ອງ ໂດຍອີງໃສ່ພື້ນຖານໂຄງລ່າງອິນເຕີແນັດ ກໍຊ່ວຍໃຫ້ Viettel ໝູນໃຊ້ທ່າໄດ້ປຽບຂອງເຄືອຂ່າຍໂທລະຄົມ, ພ້ອມທັງເປີດຄວາມສາມາດສະໜອງການບໍລິການກວດສອບຄວາມຖືກຕ້ອງດີຈີຕອນໃຫ້ແກ່ລະບົບນິເວດບໍລິການການເງິນ ແລະແອັບພຼີເຄຊັນດີຈີຕອນ.
ຕາມ GSMA, ກອງປະຊຸມໂມບາຍໂລກ 2026 ດຶງດູດການເຂົ້າຮ່ວມຂອງປະມານ 95.000 ຜູ້ແທນທີ່ມາຈາກ 200 ກວ່າປະເທດ ແລະເຂດແຄວ້ນ, ພ້ອມກັບ 2.400 ກວ່າວິສາຫະກິດເຕັກໂນໂລຊີ ແລະໂທລະຄົມມະນາຄົມ.
ການຮ່ວມມືລະຫວ່າງ Viettel Telecom ແລະ IPification ໄດ້ຕັ້ງຄວາມຫວັງວ່າ ຈະເປີດກວ້າງຄວາມສາມາດນໍາໃຊ້ເຕັກໂນໂລຊີກວດສອບຄວາມຖືກຕ້ອງໃໝ່ໃນຂົງເຂດ ຄື ທະນາຄານ, Fintech, ກະເປົາເງິນເອເລັກໂຕນິກ ແລະການບໍລິການທຸລະກໍາທາງອອນລາຍ ຢູ່ຫວຽດນາມ.
ໂດຍ: ກວຽດເຕິມ