ເຂດພິເສດແບັກລອງວີ (ນະຄອນຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໃນວັນທີ 14 ມີນາ ຈະມາເຖິງ, ກ່ອນກຳນົດເວລາ 1 ວັນເມື່ອທຽບກັບວັນເລືອກຕັ້ງທົ່ວປະເທດ.
ຕາມທ່ານ ຫງວຽນວັນເຮົ້າ ຮອງປະທານຄະນະກຳມະການປະຊາຊົນເຂດພິເສດແບັກລອງວີ ແລ້ວ, ມາຮອດປະຈຸບັນ, ອຳນາດການປົກຄອງ ແລະບັນດາຄະນະ, ຂະແໜງການເຂດພິເສດແບັກລອງວີ ໄດ້ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ເຫດການໃຫຍ່ນີ້ຢ່າງລອບຄອບທີ່ຖ້ວນ, ຄົບຊຸດແລ້ວ. ເຂດພິເສດ ແບັກລອງວີ ມີ 2 ໜ່ວຍປ່ອນບັດ, ວຽກງານກະກຽມໄດ້ປະຕິບັດເປັນຢ່າງດີພໍສົມຄວນ. ສຳລັບແບັກລອງວີ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ກວດກາຄືນ; ພາຍຫຼັງກວດກາຄືນ, ບັນດາຊາວປະມົງທີ່ຍັງບໍ່ທັນຂຶ້ນຝັ່ງ ຫາກມີເງື່ອນໄຂປ່ອນບັດຢ່າງຄົບຖ້ວນຢູ່ ແບັກລອງວີ ຈະມີຫີບປ່ອນບັດເຄື່ອນທີ່ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ປ່ອນບັດ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image