ເລຂາທິການໃຫຍ່ ໂຕເລິມ: ຢຶດໝັ້ນກັບເປົ້າໝາຍສູງສຸດແມ່ນການເບິ່ງແຍງດູແລສຸຂະພາບໃຫ້ທົ່ວປວງຊົນ
ກປ.ອອນໄລ - ຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານ, ພາລະກອນການແພດໂຮງໝໍມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍຫວຽດນາມ ຄົບຮອບ 71 ປີ (27-02-1955 / 27-02-2026).
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນ. ພາບ: ສໍານັກຂ່າວສານຫວຽດນາມ |
ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ຂະແໜງສາທາລະນະສຸກ ໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກສູງສຸຂະພາບ, ຄຸນນະພາບການດໍາລົງຊີວິດ ແລະຍົກສູງອາຍຸຍືນຂອງປະຊາຊົນ. ນີ້ບໍ່ພຽງແຕ່ແມ່ນຜົນງານຂອງຂະແໜງສາທາລະນະສຸກພຽງຢ່າງດຽວເທົ່ານັ້ນ ຫາກຍັງແມ່ນຜົນງານຂອງລະບອບສັງຄົມນິຍົມ, ແມ່ນສະແດງໃຫ້ເຫັນຄວາມມີຊີວິດຊີວາ, ທາດແທ້ອັນດີງາມ, ມະນຸດສະທຳຂອງລັດຫວຽດນາມ.
ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ປະເທດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງວາງອອກສຳລັບຂະແໜງສາທາລະນະສຸກນັບມື້ນັບສູງ, ພິເສດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິເລກທີ 72 ຂອງກົມການເມືອງວ່າດ້ວຍບາງມາດຕະການບຸກທະລຸ, ເພີ່ມທະວີການປ້ອງກັນ, ເບິ່ງແຍງດູແລ ແລະຍົກສູງສຸຂະພາບຂອງປະຊາຊົນ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ມອບຂອງຂວັນໃຫ້ແກ່ພະນັກງານ, ພາລະກອນການແພດໂຮງໝໍມິດຕະພາບ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ: “ຕ້ອງຢຶດໝັ້ນກັບເປົ້າໝາຍສູງສຸດນັ້ນແມ່ນປະຕິບັດການເບິ່ງແຍງດູແລສຸຂະພາບໃຫ້ທົ່ວປວງຊົນ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ເຂົ້າເຖິງ ແລະນຳໃຊ້ການບໍລິການສາທາລະນະສຸກຢ່າງທັນການ, ຄຸນນະພາບ ແລະຍຸຕິທຳ. ບໍ່ໃຫ້ຄົນເຈັບຜູ້ໃດບໍ່ໄດ້ຮັບການເບິ່ງແຍງດູແລ. ບໍ່ໃຫ້ໄລຍະຫ່າງດ້ານພູມີສາດ, ເງື່ອນໄຂເສດຖະກິດ ຫຼື ເງື່ອນໄຂສັງຄົມກາຍເປັນສິ່ງກີດຂວາງສຳລັບສິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດຢ່າງບໍ່ຢຸດຢັ້ງ, ຖືຄົນເຈັບເປັນໃຈກາງໃນທຸກການເຄື່ອນໄຫວ. ໂຮງໝໍທຸກແຫ່ງຕ້ອງເປັນບ່ອນທີ່ຄົນເຈັບມາດ້ວຍຄວາມເຊື່ອໝັ້ນ ແລະອອກໄປດ້ວຍຄວາມອຸ່ນອ່ຽນໃຈ. ທ່ານໝໍແຕ່ລະຄົນຕ້ອງແມ່ນບ່ອນອີງຂອງຄົນເຈັບໃນໄລຍະຫຍຸ້ງຍາກທີ່ສຸດ”.
ໂດຍ: ເຈິ່ນຮວ່ຽນ