ຕາມບົດຂຽນແລ້ວ, ບໍລິສັດກົດໝາຍສາກົນ D’Andrea Partners (DP Group), ໄດ້ຮັບການສ້າງຕັ້ງຢູ່ ອີຕາລີ ແລະສະໜອງບໍລິການໃຫ້ຄຳປຶກສາດ້ານກົດໝາຍ, ພາສີຂ້າມຊາຍແດນ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ນອນຢູ່ໃນກຸ່ມ 7 ຕະຫຼາດແງ່ຫວັງທີ່ສຸດຂອງພາກພື້ນອາຊີ. ຕາມຂໍ້ມູນຂອງກົມໃຫຍ່ສະຖິຕິ (ກະຊວງການເງິນຫວຽດນາມ) ແລ້ວ, DP Group ຊີ້ແຈ້ງວ່າ ໃນເດືອນມັງກອນ 2026, FDI ເຂົ້າຫວຽດນາມ ຄາດວ່າບັນລຸ 1,68 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 11,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ແລະເປັນລະດັບສູງສຸດໃນເດືອນມັງກອນໃນ 5 ປີຜ່ານມາ. ໝາກຜົນນີ້ໄດ້ສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນໃນແງ່ຫວັງພັດທະນາຂອງເສດຖະກິດຫວຽດນາມ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

DP Group ກໍ່ໃຫ້ຂໍ້ສັງເກດວ່າ ນະໂຍບາຍໃໝ່ຂອງຫວຽດນາມ ນັບມື້ນັບເອົາໃຈໃສ່ເປັນພິເສດເຖິງປັດໄຈເຕັກໂນໂລຢີ, ນະວັດຕະກໍາ, ພັດທະນາແບບຍືນຍົງ ແລະຖ່າຍທອດພູມປັນຍາ, ສ້າງພື້ນຖານໃຫ້ການເຕີບໂຕໃນໄລຍະຍາວ. ນອກຈາກນັ້ນ, ເລື່ອງຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການພັດທະນາຂະແໜງພະລັງງານ, ເປັນຕົ້ນແມ່ນພະລັງງານທົດແທນ, ກໍ່ມີຄວາມສາມາດບົ່ມຊ້ອນດຶງດູດການລົງທຶນໃຫຍ່. ຕາມ DP Group ແລ້ວ, ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາສະຖານທີ່ນຳໜ້າຂອງອາຊີ ກ່ຽວກັບແງ່ຫວັງດຶງດູດການລົງທຶນຈາກຕ່າງປະເທດ, ບໍ່ພຽງແຕ່ດ້ານຂະໜາດເທົ່ານັ້ນ ຫາກຍັງກ່ຽວກັບຄຸນນະພາບ.

ໂດຍ: ເຈິ່ນຮວ່ຽນ