ຮ່າໂນ້ຍ ບັນລຸລະດັບສະຖິຕິກ່ຽວກັບການຕ້ອນຮັບແຂກທ່ອງທ່ຽວໃນໂອກາດບຸນເຕັດ
ໃນໂຄງປະກອບແຂກທ່ອງທ່ຽວ, ຈຳນວນແຂກທ່ອງທ່ຽວສາກົນ ຄາດວ່າບັນລຸ 217.000 ເທື່ອຄົນ, ເພີ່ມຂຶ້ນຢ່າງແຮງ 55%. ບັນດາຕະຫຼາດສາກົນມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດມາຮ່າໂນ້ຍ ໃນໂອກາດນີ້ລວມມີ: ຈີນ, ສ.ເກົາຫຼີ, ອິນເດຍ, ຝລັ່ງ, ອັງກິດ, ອາເມລິກາ, ໄຕຫວັນ (ຈີນ), ເຢຍລະມັນ, ຟີລິບປິນ ແລະ ອົດສະຕາລີ.
ຕາມຕົວເລກຂອງພະແນກການທ່ອງທ່ຽວຮ່າໂນ້ຍ, ຄາດວ່າໃນ 9 ວັນບຸນປະໃໝ່ປະຈຳຊາດປະມະເມຍ (ແຕ່ວັນທີ 14 – 22 ກຸມພາ), ນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 1,34 ລ້ານຄົນ, ເພີ່ມຂຶ້ນ 36,3 %ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ຢູ່ລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ໃນໂອກາດບຸນເຕັດປີອື່ນໆ. ຍອດລາຍຮັບບັນລຸໄດ້ 4,87 ພັນຕື້ດົງ, ເພີ່ມຂຶ້ນ 40%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025.
ໃນໂຄງປະກອບແຂກທ່ອງທ່ຽວ, ຈຳນວນແຂກທ່ອງທ່ຽວສາກົນຄາດວ່າບັນລຸ 217.000 ເທື່ອຄົນ, ເພີ່ມຂຶ້ນຢ່າງແຮງ 55%. ບັນດາຕະຫຼາດສາກົນມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດມາ ຮ່າໂນ້ຍ ໃນໂອກາດນີ້ລວມມີ: ຈີນ, ສ.ເກົາຫຼີ, ອິນເດຍ, ຝລັ່ງ, ອັງກິດ, ອາເມລິກາ, ໄຕຫວັນ (ຈີນ), ເຢຍລະມັນ, ຟີລິບປິນ ແລະ ອົດສະຕາລີ. ບັນດາຕົວເລກນີ້ສະແດງໃຫ້ເຫັນວ່າ ຮ່າໂນ້ຍສືບຕໍ່ຢັ້ງຢືນຖານະຕຳແໜ່ງແມ່ນໜຶ່ງໃນບັນດາສະຖານທີ່ນັບພົບດຶງດູດໃຈແຖວໜ້າທົ່ວປະເທດໃນໂອກາດບຸນເຕັດ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ