ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ
ກປ.ອອນໄລ - ຕອນເຊົ້າວັນທີ 23 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ລົງຢ້ຽມຢາມ ແລະເຮັດວຽກກັບສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແຫ່ງຊາດ.
ຫວນຄືນການປະກອບສ່ວນຂອງຖັນແຖວປັນຍາຊົນ, ວິທະຍາສາດ, ໃນຕະຫຼອດປະຫວັດສາດຂອງຊາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ປະຈຸບັນ, ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ, ການເລືອກເຟັ້ນມີລັກສະນະຍຸດທະສາດ, ບຸລິມະສິດແຖວໜ້າໃນການລົງທຶນ; ແມ່ນຂໍ້ກຸນແຈເປີດປະຕູການພັດທະນາບຸກທະລຸ, ແມ່ນແຮງຂັບເຄື່ອນສຳຄັນພັດທະນາເສດຖະກິດໄວ, ຍືນຍົງຂອງບັນດາປະເທດ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກັບການນຳສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະນັກສຶກສາມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ |
ຊີ້ແຈ້ງເນື້ອໃນທີ່ສຳຄັນໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ມະຕິເລກທີ 57 ຂອງກົມການເມືອງວ່າດ້ວຍການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແຫ່ງຊາດ; ມະຕິເລກທີ 68 ວ່າດ້ວຍການພັດທະນາເສດຖະກິດເອກະຊົນ; ມະຕິເລກທີ 79 ວ່າດ້ວຍການພັດທະນາເສດຖະກິດແຫ່ງລັດ ແລະບົດບາດຂອງສະພາມະຫາບັນດິດສໍາລັບການພັດທະນາວິທະຍາສາດເຕັກໂນໂລຢີໃນສັງກາດໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫວັງວ່າ ໃນໄລຍະຈະມາເຖິງ, ສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຄວນມີການບຸກທະລຸ, ຢືນຢັນບົດບາດສູນວິທະຍາສາດເຕັກໂນໂລຢີແຖວໜ້າຫວຽດນາມ, ທຽບເທົ່າກັບບັນດາປະເທດກ້າວໜ້າຢູ່ພາກພື້ນ ແລະໃນໂລກເທື່ອລະກ້າວ, ດ້ວຍເປົ້າໝາຍຮອດປີ 2030 ກາຍເປັນອົງການຄົ້ນຄວ້າວິທະຍາສາດເຕັກໂນໂລຢີແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ມີກໍາລັງຄວາມສາມາດແກ່ງແຍ້ງສາກົນໃນຂົງເຂດຈຸດສຸມ, ຕາມທິດນຳ 20 ຄຳວ່າ: “ພູມປັນຍາຍອດຢ້ຽມ-ເປັນເຈົ້າຂອງເຕັກໂນໂລຢີ-ປ່ຽນແປງໃໝ່ຢ່າງແຂງແຮງ-ໃກ້ຊິດຕິດແທດສະພາບການ-ສ້າງອະນາຄົດ”. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສະພາມະຫາບັນດິດປະຕິບັດ 4 ການຫັນເປັນ, ລວມມີ, ຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ການຫັນເປັນພະລັງງານ, ການຫັນປ່ຽນໂຄງປະກອບ ແລະຄຸນນະພາບຊັບພະຍາກອນມະນຸດ...
ໂດຍ: ເຈິ່ນຮວ່ຽນ