ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍປື້ມ
ກປ.ອອນໄລ - ທີ່ການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະເຕັກນິກດີຈີຕອນ.
ແຕ່ວັນທີ 9 – 21 ກຸມພາ, ຄະນະພະນັກງານກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍປື້ມ ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໂດຍທ່ານ ດິງຕຽນຢຸງ, ຮອງຫົວໜ້າກົມ ໄດ້ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ ເພື່ອອັບເດັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ມອບປື້ມໃຫ້ແກ່ສະຖາບັນປື້ມ ກຸຍບາ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ, ຜ່ານນັ້ນໂຄສະນາວັດທະນະທຳຂອງແຕ່ລະປະເທດເຖິງຜູ້ອ່ານ ຫວຽດນາມ, ກຸຍບາ ແລະສາກົນ. ເນື່ອງໃນໂອກາດນີ້, ຄະນະໄດ້ມອບໃຫ້ສະຫະພັນນັກວັນນະຄະດີ ແລະ ສິລະປະ ກຸຍບາ ບັນດາປື້ມລ້ຳຄ່າ, ຄື: ຊຸດປື້ມເລື່ອງພາບກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ Phidel Castro; ປື້ມ “ສອງຊາດ, ປະຫວັດສາດດຽວ” ດ້ວຍພາສາ ແອັດສະປາຍ ໂດຍບັນດາສຳນັກພິມຈຳໜ່າຍຂອງ ຫວຽດນາມ ພິມຈຳໜ່າຍ. ນີ້ແມ່ນບັນດາປື້ມຫົວທຳອິດໃນຈຳນວນປື້ມ 12 ຫົວເຊິ່ງ ຫວຽດນາມ ຈະພິມຈຳໜ່າຍມອບໃຫ້ ກຸຍບາ ຕາມການສະເໜີຂອງສະຖານທູດ ກຸຍບາ ປະຈຳ ຫວຽດນາມ.
ໂດຍ: ກວຽດເຕິມ