leftcenterrightdel
ພາບປະກອບ: baochinhphu.vn

ຈຸດພົ້ນເດັ່ນແມ່ນຂະແໜງຕ່ຳແຜ່ນຕັດຫຍິບ ດ້ວຍວິສາຫະກິດກວ່າ 250 ແຫ່ງ, ວາງເປົ້າໝາຍບັນລຸລະດັບເຕີບໂຕແຕ່ 10% - 15% ໃນປີ 2026. ປະຈຸບັນ, ບັນດາວິສາຫະກິດຍັງຮັກສາໃບສັ່ງຊື້ສິນຄ້າຈາກບັນດາຕະຫຼາດທີ່ເປັນມູນເຊື້ອ, ຄື: ອາເມລິກາ, ເອີລົບ, ຍີ່ປຸ່ນ ແລະເປີດກວ້າງອອກສູ່ຕະຫຼາດໃໝ່, ຄື: ອົດສະຕາລີ, ສ.ເກົາຫຼີ, ຕາເວັນອອກກາງ.

ທ່ານ ຟ້າມຊວັນຮົ່ງ, ປະທານສະມາຄົມຕ່ຳແຜ່ນຕັດຫຍິບ, ຖັກແສ່ວ, ຖັກສານນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: “ປະຈຸບັນ, ໃບສັ່ງຊື້ສິນຄ້າກໍ່ຕ່າງກັບກ່ອນນີ້, ການອອກແບບຕ້ອງປະດິດຄິດສ້າງກວ່າ. ໃບສັ່ງຊື້ສິນຄ້າຮຽກຮ້ອງໃຫ້ມີຫຼາຍແບບ, ວັດສະດຸທີ່ແຕກຕ່າງກັນ ເພື່ອແນໃສ່ດຶງດູດລູກຄ້າ”.

ແຫຼ່ງຄັດຈາກ: vovworld.vn