FDI ປີ 2026 ຈະສຸມໃສ່ກະແສເງິນລົງທຶນທີ່ມີຄຸນນະພາບສູງ, ມີປະລິມານເຕັກໂນໂລຢີ, ມູນຄ່າເພີ່ມ ແລະກຳລັງແຜ່ຂະຫຍາຍຂະໜາດໃຫຍ່. ນີ້ບໍ່ພຽງແຕ່ແມ່ນກໍາລັງເຕີບໂຕ 2 ຕົວເລກໃຫ້ແກ່ພື້ນຖານເສດຖະກິດເທົ່ານັ້ນ ຫາກຍັງແມ່ນພື້ນຖານສໍາຄັນເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຊຸກຍູ້ນະວັດຕະກໍາ ແລະພັດທະນາແບບຍືນຍົງໃນໄລຍະຍາວ.

ຕາມຕົວເລກຈາກກົມສະຖິຕິທີ່ຂຶ້ນກັບກະຊວງການເງິນ, ໃນເດືອນ ມັງກອນ 2026, ເງິນລົງທຶນຈາກຕ່າງປະເທດທີ່ຈົດທະບຽນເຂົ້າຫວຽດນາມ ທັງໝົດບັນລຸ 2,58 ຕື້ໂດລາສະຫະລັດ, ຫຼຸດລົງ 40,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ເຖິງຢ່າງໃດກໍ່ຕາມ, ການດຶງດູດເງິນລົງທຶນຈາກຕ່າງປະເທດຍັງພົ້ນເດັ່ນຈາກຄວາມສາມາດປ່ອຍເງິນ ແລະການເພີ່ມຂອງໂຄງການໃໝ່, ເມື່ອທຶນປະຕິບັດບັນລຸ 1,68 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ທຶນຈົດທະບຽນໃໝ່ທີ່ໄດ້ຮັບການອະນຸມັດມີ 349 ໂຄງການ, ດ້ວຍທຶນຈົດທະບຽນບັນລຸ 1,49 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 23,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍກ່ຽວກັບໂຄງການ ແລະເພີ່ມຂຶ້ນ 15,7% ກ່ຽວກັບທຶນຈົດທະບຽນ.

leftcenterrightdel
ພາບປະກອບຈາກ: vov.vn

ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ ແລະການປະດິດໄດ້ຮັບອະນຸຍາດໃໝ່ສຳລັບການລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດ, ດ້ວຍທຶນຈົດທະບຽນບັນລຸ 1 ຕື້ໂດລາສະຫະລັດ, ກວມເອົາ 70,8% ຂອງທຶນຈົດທະບຽນໃໝ່ທັງໝົດ.

ທ່ານ ເຈິ່ນກວດເຟືອງ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໃຫ້ຂໍ້ສັງເກດວ່າ ດ້ວຍເປົ້າໝາຍເຕີບໂຕ 2 ຕົວເລກໃນໄລຍະ 2026-2030, ໜຶ່ງໃນບັນດາມາດຕະການສໍາຄັນແມ່ນປຸກລະດົມທຸກແຫຼ່ງກໍາລັງໃນສັງຄົມ ເພື່ອການລົງທຶນພັດທະນາ, ໃນນັ້ນມີການລົງທຶນໂດຍກົງຈາກຕ່າງປະເທດເປັນແຫຼ່ງກໍາລັງທີ່ສໍາຄັນ. ກະຊວງການເງິນໄດ້ ແລະພວມສ້າງແຜນຮ່າງພັດທະນາເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ແລະແຜນຮ່າງດຶງດູດການລົງທຶນຈາກຕ່າງປະເທດລຸ້ນໃໝ່, ດ້ວຍບັນດາການກໍານົດທິດກ່ຽວກັບລະບອບລະບຽບການ, ນະໂຍບາຍລຸລ່ວງ, ຈັບໃຈ, ພົ້ນເດັ່ນ.

ທ່ານ ເຈິ່ນກວກເຟືອງ ໃຫ້ຮູ້ວ່າ “ນັກລົງທຶນສາມາດເຫັນໄດ້ຢ່າງຈະແຈ້ງວ່າ ຫວຽດນາມ ມີການກະທຳລະອຽດທີ່ສຸດໃນການກະກຽມເພື່ອດຶງດູດໂຄງການຈາກນັກລົງທຶນຕ່າງປະເທດ. ກ່ຽວກັບເງື່ອນໄຂພື້ນຖານຂອງບັນດາໂຄງການທີ່ມີການລົງທຶນຈາກຕ່າງປະເທດ ຄື: ທີ່ດິນ, ພະລັງງານ, ແຫຼ່ງຊັບພະຍາກອນມະນຸດນັ້ນ ພວກເຮົາໄດ້ມີອັນໃໝ່ຫຼາຍຢ່າງ. ແຫຼ່ງຊັບພະຍາກອນມະນຸດນັ້ນພວກເຮົາໄດ້ກຽມພ້ອມໄວ້ແລ້ວ ແລະທາງກະຊວງໄດ້ຮັບມອບໝາຍໜ້າທີ່ໃຫ້ຝຶກອົບຮົມວິສະວະກອນ ແລະຜູ້ອອກແຮງງານທີ່ມີຄຸນນະພາບສູງ 50.000 ຄົນໃນຂົງເຂດເຕັກໂນໂລຢີສູງ ແລະເຄິ່ງຊັກນໍາໄຟຟ້າ”.

ສິ່ງນີ້ກໍສະແດງໃຫ້ເຫັນວ່າ, ໃນສະພາບການທີ່ມີການແກ່ງແຍ້ງແຂ່ງຂັນນັບມື້ມີຄວາມສັບສົນເພີ່ມຂຶ້ນເພື່ອດຶງດູດ FDI, ຫວຽດນາມ ກຳລັງຄ່ອຍໆປ່ຽນຈາກຮູບແບບບຸລິມະສິດແຮງຈູງໃຈໄປເປັນນະໂຍບາຍບຸລິມະສິດທີ່ມີເງື່ອນໄຂ ແລະກໍານົດທິດ, ເພື່ອດຶງດູດກະແສເງິນລົງທຶນຍຸດທະສາດ, ພ້ອມທັງປົກປັກຮັກສາຜົນປະໂຫຍດໄລຍະຍາວຂອງພື້ນຖານເສດຖະກິດ. ຮູບແບບ FDI ລຸ້ນໃໝ່ບໍ່ພຽງແຕ່ແມ່ນເຄື່ອງມືທີ່ດຶງດູດເງິນລົງທຶນເທົ່ານັ້ນ ຫາກຍັງກາຍເປັນໄມ້ງັດຍົກສູງກຳລັງຄວາມສາມາດເຕັກໂນໂລຢີ, ຊຸກຍູ້ນະວັດຕະກໍາ ແລະພັດທະນາແບບຍືນຍົງ.

ທ່ານ Chaturon Thipphiansak ຮອງຜູ້ອໍານວຍການໃຫຍ່ບໍລິສັດ SCG ຈໍາກັດຜູ້ດຽວຫວຽດນາມ, ວິສາຫະກິດທີ່ໄດ້ຮູ້ຈັກວ່າ ແມ່ນວິສາຫະກິດນໍາໜ້າໃນການພັດທະນາສີຂຽວ ແລະຍືນຍົງ ສະເໜີວ່າ: "ບັນດາວິສາຫະກິດຕ້ອງມີຍຸດທະສາດຫັນເປັນຂອງທ້ອງຖິ່ນ ແລະຍົກສູງຄວາມສາມາດຮັບມືເພື່ອຮັບມືກັບການຜັນແປກ່ຽວກັບເສດຖະກິດທົ່ວໂລກ, ຄ່າໃຊ້ຈ່າຍເຊື້ອເພີງ ແລະແຫຼ່ງສະໜອງສີຂຽວ, ຫຼືມາດຕະຖານ ESG ຢ່າງເຂັ້ມງວດ. ຢູ່ SCG, ພວມຂ້າພະເຈົ້າຖືການຫັນປ່ຽນນີ້ແມ່ນໂອກາດ ເພື່ອນໍາໜ້າໂດຍຜ່ານຜະລິດຕະພັນແບບຍືນຍົງ, ການເຄື່ອນໄຫວດໍາເນີນທຸລະກິດທີ່ມີຄຸນສົມບັດ ແລະການພົວພັນຄູ່ຮ່ວມມືຢ່າງແຂງແຮງ, ປະກອບສ່ວນຊຸກຍູ້ວິວັດການເຕີບໂຕສີຂຽວຂອງຫວຽດນາມ”.

ນະຄອນດ່ານັງ ພວມຢຶດໝັ້ນໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍູ້ແຮງການປະຕິຮູບລະບຽບບໍລິຫານ, ການຫັນປ່ຽນດີຈີຕອນໃນການຄຸ້ມຄອງລັດ, ຮ່ວມເດີນທາງພ້ອມກັບວິສາຫະກິດນັບແຕ່ຂັ້ນຕອນການເຂົ້າເຖິງຂໍ້ມູນຈົນເຖິງຂັ້ນຕອນການຜັນຂະຫຍາຍໂຄງການ. ໃນສະພາບກະແສເງິນລົງທຶນ FDI ທົ່ວໂລກພວມສ້າງຮ່າງປະກອບຄືນໃໝ່ຕາມທິດຍືນຍົງ, ສີຂຽວ ແລະອັດສະລິຍະ, ດ່ານັງໄດ້ຮັບການຕີລາຄາວ່າ ແມ່ນທ້ອງຖິ່ນທີ່ມີຄວາມສາມາດລັດໜ້າກະແສເງິນລົງທຶນໃໝ່, ໂດຍສະເພາະແມ່ນບັນດາໂຄງການເຕັກໂນໂລຢີສູງ, ສູນ R&D ແລະການບໍລິການມູນຄ່າເພີ່ມ.

ປີ 2026, ຫວຽດນາມ ສືບຕໍ່ກ້າວເຂົ້າສູ່ “ສັງກາດ FDI ໃໝ່”, ໃນນັ້ນ ເປົ້າໝາຍບໍ່ພຽງແຕ່ແມ່ນການດຶງດູດເງິນລົງທຶນເທົ່ານັ້ນ, ຫາກຍັງດຶງດູດເຕັກໂນໂລຢີ, ກຳລັງຄວາມສາມາດບໍລິຫານ, ມາດຕະຖານ ESG ແລະລະບົບມູນຄ່າອີກດ້ວຍ.

ທ່ານ ຟ້າມດຶກເອີນ ປະທານຄະນະກໍາມະການນະຄອນດ່ານັງ ຢືນຢັນວ່າ: ນະຄອນດ່ານັງ ໃໝ່, ດ້ວຍທີ່ຕັ້ງ, ຄວາມສາມາດບົ່ມຊ້ອນ, ຄວາມຂະຫຍັນຂັນເຄື່ອນ, ນະຄອນພວມພິສູດແຜນນະໂຍບາຍພັດທະນາຂອງສູນກາງແມ່ນຖືກຕ້ອງທີ່ສຸດ. ດ່ານັງ ໄດ້ກໍານົດວ່າ ແມ່ນສູນພັດທະນາຂອງພາກກາງ, ສຸມໃສ່ການພັດທະນາເຕັກໂນໂລຢີສູງ, ເລີ່ມທຸລະກິດ, ນະວັດຕະກໍາ, ສູນການເງິນສາກົນ ແລະເຂດການຄ້າເສລີ... ນອກຈາກສືບຕໍ່ພັດທະນາການທ່ອງທ່ຽວ, ບໍລິການແລ້ວ, ນະຄອນຍັງໄດ້ສຸມໃສ່ດຶງດູດການລົງທຶນ, ໂດຍສະເພາະແມ່ນການລົງທຶນຈາກຕ່າງປະເທດ, ບັນດາຂົງເຂດເຕັກໂນໂລຢີສູງ. ຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ. ກ່ຽວຂ້ອງເຖິງການລົງທຶນ, ດ່ານັງ ກໍ່ຈະແຈ້ງຂໍ້ມູນໜູນຊ່ວຍບັນດາວິສາຫະກິດຢ່າງທັນການ”.

ຕາມນັກຊ່ຽວຊານດ້ານເສດຖະກິດແລ້ວ, ເພື່ອດຶງດູດກະແສເງິນລົງທຶນ FDI ທີ່ມີຄຸນນະພາບສູງໃນປີ 2026, ຫວຽດນາມ ໄດ້ຕັ້ງຂໍ້ສະເໜີໃຫ້ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ດັດປັບນະໂຍບາຍຕາມທິດໂປ່ງໃສ, ສະເໝີຕົ້ນສະເໝີປາຍ ແລະສະດວກກວ່າໃຫ້ແກ່ນັກລົງທຶນ.

ປີ 2026, ຫວຽດນາມ ສືບຕໍ່ກ້າວເຂົ້າສູ່ “ສັງກາດ FDI ໃໝ່”, ໃນນັ້ນ ເປົ້າໝາຍບໍ່ພຽງແຕ່ແມ່ນການດຶງດູດເງິນລົງທຶນເທົ່ານັ້ນ, ຫາກຍັງດຶງດູດເຕັກໂນໂລຢີ, ກຳລັງຄວາມສາມາດບໍລິຫານ, ມາດຕະຖານ ESG ແລະລະບົບມູນຄ່າອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນກໍາລັງແຮງເຕີບໂຕເທົ່ານັ້ນ ຫາກຍັງແມ່ນພື້ນຖານສໍາຄັນເພື່ອໃຫ້ຫວຽດນາມ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຊຸກຍູ້ການປ່ຽນແປງແປງ ແລະການພັດທະນາແບບຍືນຍົງໃນໄລຍະຍາວ.

ໂດຍ: ໄຊນີດາ