ຈຳນວນນັກທ່ອງທ່ຽວ ໄປທ່ຽວດ່ານັ້ງ ໃນຊ່ວງບຸນເຕັດ ປີມະເມຍ ເພີ່ມຂຶ້ນ 27%
ກປ.ອອນໄລ - ວັນທີ 22 ກຸມພາ, ພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວນະຄອນດ່ານັ້ງ ໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວທັງໝົດທີ່ມາທ່ຽວນະຄອນດ່ານັ້ງ ໃນຊ່ວງບຸນປີໃໝ່ປະຈໍາຊາດ 2026 (ແຕ່ວັນທີ 14 ຫາ 22 ກຸມພາ) ຄາດວ່າບັນລຸປະມານ 1,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
    |
 |
|
ປະຊາຊົນ ແລະແຂກທ່ອງທ່ຽວຢ້ຽມຊົມ ແລະເກັບພາບເປັນທີ່ລະນຶກຢູ່ທີ່ສວນດອກໄມ້ລະດູບານໃໝ່ (ຕາແສງ ຫງູແຮ່ງເຊີນ, ນະຄອນດ່ານັ້ງ). ພາບ: ວັນຈຸງ. |
ໃນນັ້ນ, ນັກທ່ອງທ່ຽວສາກົນ ຄາດວ່າບັນລຸກວ່າ 510.000 ເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ແລະນັກທ່ອງທ່ຽວພາຍໃນປະເທດ ຄາດວ່າບັນລຸ 590.000 ເທື່ອຄົນ, ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ລາຍຮັບທັງໝົດຄາດວ່າບັນລຸຫຼາຍກວ່າ 3.960 ຕື້ດົ່ງ, ເພີ່ມຂຶ້ນ 34%.
ໃນຊ່ວງບຸນປີໃໝ່ປະຈໍາຊາດປີມະເມຍ, ມີກໍາປັ່ນທ່ອງທ່ຽວ 4 ລຳ ໄດ້ເຂົ້າທຽບທ່າເຮືອ ຕຽນຊາ, ນຳສົ່ງນັກທ່ອງທ່ຽວ 4.200 ຄົນ ແລະລູກເຮືອ 2.300 ຄົນ (ອັງກິດ, ຝຣັ່ງ, ອາເມລິກາ, ອີຕາລີ, ສະເປນ, ເຢຍລະມັນ...) ມາທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນດ່ານັ້ງ ເຊັ່ນ: ທັດສະນີຍະພາບ ຫງູແຮ່ງເຊີນ, ວັດລິງອຶງ - ເຊີນຈ່າ, ຫໍພິພິທະພັນແກະສະຫຼັກ ຈຳ, ໂຮ້ຍອານ, ໝີເຊີນ, ປ່າໝາກພ້າວ ເກີ້ມແທງ...
ໂດຍ: ໄຊຊະນະ