leftcenterrightdel
ສະຫາຍ ຈິ້ງວັນກວຽດ ກ່າວຄໍາເຫັນຊົມເຊີຍຜົນງານບັນລຸໄດ້ຂອງຂະແໜງການແພດ. ພາບ: ດຶກນາມ
leftcenterrightdel
ສະຫາຍ ຈິ້ງວັນກວຽດ ມອບຊໍ່ດອກໄມ້ອວຍພອນພະນັກງານ, ລັດຖະກອນຂະແໜງການແພດ. ພາບ: ດຶກນາມ

ຕາງໜ້າການນໍາພັກ, ລັດ, ສະຫາຍ ຈິ້ງວັນກວຽດ ຊົມເຊີຍຜົນງານອັນພົ້ນເດັ່ນ ເຊິ່ງຂະແໜງການແພດ ບັນລຸໄດ້ໃນໄລຍະຜ່ານມາ. ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການພັດທະນາຢ່າງແຂງແຮງກວ່າໃນໄລຍະຈະມາເຖິງ, ສະຫາຍ ຈິ້ງວັນກວຽດ ຊີ້ແຈ້ງບັນດາໜ້າທີ່ຫຼັກແຫຼ່ງ ເຊິ່ງຂະແໜງການແພດ ຕ້ອງປະຕິບັດ. ລະອຽດແມ່ນເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢ່າງມີປະສິດທິຜົນ; ບັນດາມະຕິຂອງສູນກາງ, ພິເສດແມ່ນມະຕິເລກທີ 72-NQ/TW ວ່າດ້ວຍບາງມາດຕະການບຸກທະລຸ, ເພີ່ມທະວີການປົກປ້ອງ, ດູແລ ແລະຍົກສູງສຸຂະພາບຂອງປະຊາຊົນ. ຍົກສູງກໍາລັງຄວາມສາມາດກວດ, ປິ່ນປົວພະຍາດຮອບດ້ານ, ຮັບປະກັນໃຫ້ປະຊາຊົນໝົດທຸກຄົນ ໄດ້ເຂົ້າເຖິງການບໍລິການການແພດ. ຍູ້ແຮງການຖ່າຍທອດວິທະຍາສາດ-ເຕັກໂນໂລຊີ, ເພີ່ມທະວີການຮ່ວມມືສາກົນ ເພື່ອເຂົ້າເຖິງ, ເປັນເຈົ້າຂອງບັນດາເຕັກນິກທີ່ທັນສະໄໝ.

leftcenterrightdel
ສະຫາຍ ຈິ້ງວັນກວຽດ ກ່າວຄໍາເຫັນອວຍພອນສະຖາບັນການແພດພື້ນເມືອງກອງທັບ. ພາບ: ດຶກນາມ
leftcenterrightdel
ສະຫາຍ ຈິ້ງວັນກວຽດ ຢ້ຽມຢາມຖາມຂ່າວ, ໃຫ້ກໍາລັງໃຈຄົນເຈັບ ທີ່ປິ່ນປົວຢູ່ສະຖາບັນການແພດພື້ນເມືອງກອງທັບ. ພາບ: ດຶກນາມ

ຢ້ຽມຢາມສະຖາບັນການແພດພື້ນເມືອງກອງທັບ, ສະຫາຍ ຈິ້ງວັນກວຽດ ສົ່ງຄໍາອວຍພອນ, ຂອບໃຈອັນເລິກເຊິ່ງມາຍັງພະນັກງານ, ແພດໝໍຂອງສະຖາບັນ ທີ່ໄດ້ປະຕິບັດທີ່ດີວຽກງານປິ່ນປົວ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນຢ່າງສຸດອົກສຸດໃຈ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ປະຈໍາຊາດ. ສະຫາຍ ຈິ້ງວັນກວຽດ ຕີລາຄາສູງສະຖາບັນການແພດພື້ນເມືອງກອງທັບ ທີ່ໄດ້ປະຕິບັດໜ້າທີ່ກວດພະຍາດ, ປິ່ນປົວພະຍາດດ້ວຍການແພດພື້ນເມືອງ ແລະການສົມທົບລະຫວ່າງການແພດພື້ນເມືອງກັບການແພດທັນສະໄໝ; ດູແລ, ປົກປ້ອງສຸຂະພາບພະນັກງານສູນກາງ ແລະພະນັກງານຂັ້ນສູງກອງທັບ ເປັນຢ່າງດີ. ພັດທະນາສະໝູນໄພ ແລະຜະລິດຢາຮັບໃຊ້ການປິ່ນປົວ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ. ສະຫາຍ ຈິ້ງວັນກວຽດ ຫວັງວ່າ ຖັນແຖວແພດໝໍສະຖາບັນການແພດພື້ນເມືອງກອງທັບ ຍາມໃດກໍຮັກສາຈັນຍາບັນການແພດ, ມີລະດັບວິຊາການ ທຽບເທົ່າພາກພື້ນ ແລະສາກົນ. ເພີ່ມທະວີການເຊື່ອມຕໍ່, ຖອດຖອນບົດຮຽນ, ຖ່າຍທອດວິທະຍາສາດເຕັກນິກຈາກບັນດາປະເທດກ້າວໜ້າໃນໂລກ, ຍົກສູງຄຸນນະພາບການປິ່ນປົວ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ.

ໂດຍ: ໄຊຊະນະ