ຕາມການຕີລາຄາຂອງບັນດາວິສາຫະກິດທ່ອງທ່ຽວແລ້ວ, ຈໍານວນນັກທ່ອງທ່ຽວ ທີ່ຈອງ tour ໃນໂອກາດບຸນປີໃໝ່ ປີນີ້ ເພີ່ມຂຶ້ນປະມານ 18-22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ລາຍຮັບຂອງຕະຫຼາດທ່ອງທ່ຽວທັງໝົດ ຄາດວ່າເພີ່ມຂຶ້ນ 25-30%. ແທນທີ່ໃຫ້ແກ່ການເຕີບໂຕຢ່າງວ່ອງໄວ, ທ່າອ່ຽງຂອງການບໍລິໂພກ ໄດ້ຫັນປ່ຽນໄປຕາມລວງເລິກທີ່ມີຄຸນນະພາບ. ແຂກທ່ອງທ່ຽວ ບໍ່ພຽງແຕ່ຊອກຫາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງການຄົ້ນຫາວັດທະນະທໍາ, ພັກຜ່ອນບຳລຸງສຸຂະພາບ ແລະຄວາມເປັນສ່ວນຕົວໃນການເດີນທາງຂອງເຂົາເຈົ້າ.
ການທ່ອງທ່ຽວພາຍໃນປະເທດ ສືບຕໍ່ກວມເອົາອັດຕາສ່ວນຫຼາຍ. ຄາດວ່າ ໃນວັນພັກບຸນເຕັດ 9 ວັນ, ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວປະມານ 1,34 ລ້ານເທື່ອຄົນ, ເພີ່ມຂຶ້ນ 36,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ບັນດາສະຖານທີ່ທ່ອງທ່ຽວ ຄື: ຝູກວກ, ດາລາດ, ຍາຈາງ, ດ່ານັ້ງ, ຊາປາ, ຮະລອງ, ນິງບິ່ງ... ສາມາດດຶງດູດແຂກທ່ອງທ່ຽວໃນອັດຕາສ່ວນສູງ. ຕາມພະແນກທ່ອງທ່ຽວຂອງແຂວງອານຢາງແລ້ວ, ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2025, ໃນໂອກາດພັກບຸນປີໃໝ່ປະຈໍາຊາດປີນີ້, ຈໍານວນນັກທ່ອງທ່ຽວ ມາຢ້ຽມຊົມ, ທ່ອງທ່ຽວທັງໝົດ ຄາດວ່າບັນລຸ 1,7 ກວ່າລ້ານເທື່ອຄົນ (ເພີ່ມຂຶ້ນ 37%), ໃນນັ້ນແຂກທ່ອງທ່ຽວສາກົນ ແມ່ນກວ່າ 98.000 ເທື່ອຄົນ (ເພີ່ມຂຶ້ນ 28,6%). ອັດຕາການເຂົ້າພັກໂຮງແຮມ, ເຮືອນພັກ ສະເລ່ຍແລ້ວ ບັນລຸຫຼາຍກວ່າ 78%; ລາຍຮັບທີ່ໄດ້ຈາກການທ່ອງທ່ຽວທັງໝົດຄາດວ່າບັນລຸກວ່າ 2.600 ຕື້ດົ່ງ.
    |
 |
|
ມົກເຈົາ (ເຊີນລາ) ເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເມຍ. ພາບ: ຫງວຽນຮຽບ. |
ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານ ຫງວຽນຕ໊ຽນດາດ ຜູ້ອໍານວຍການໃຫຍ່ບໍລິສັດທ່ອງທ່ຽວ AZA ຈໍາກັດ ໃຫ້ຮູ້ວ່າ: “ໃນຊຸມວັນນີ້, ບໍລິສັດຂອງພວກຂ້າພະເຈົ້າ ກຳລັງຮັບໃຊ້ແຂກທ່ອງທ່ຽວໃນໂອກາດຕົ້ນປີໃໝ່ຢ່າງ ຂຸ້ນຂ້ຽວ. ໂຄງສ້າງຂອງນັກທ່ອງທ່ຽວໃນຊ່ວງບຸນເຕັດ ແມ່ນມີຄວາມສົມດຸນລະຫວ່າງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ.
ທ່າອ່ຽງການທ່ອງທ່ຽວພາຍໃນປະເທດ ໃນປັດຈຸບັນ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການເປັນເຈົ້າການຂອງແຂກທ່ອງທ່ຽວໃນການຄັດເລືອກການເດີນທາງຕາມຄວາມຕ້ອງການຂອງບຸກຄົນ ແລະໃນຈຸດເວລາທີ່ເໝາະສົມ. ການເດີນທາງທີ່ໄດ້ຮັບຄວາມນິຍົມສ່ວນຫຼາຍ ແມ່ນບັນດາລາຍການທ່ອງທ່ຽວ 4-5 ມື້, ສຸມໃສ່ສະຖານທີ່ທ່ອງທ່ຽວຢູ່ພາກເໜືອ ຄື: ຊາປາ, ຮະລອງ, ນິງບິ່ງ, ລາວກາຍ, ເຊີນລາ, ຕວຽນກວາງ, ນັບທັງສູນກາງແຫ່ງການທ່ອງທ່ຽວທາງທະເລ ແລະພັກຜ່ອນບໍາລຸງສຸຂະພາບ ຄື: ຍາຈາງ, ຝູກວກ, ດາລາດ”.
ໃນໂອກາດບຸນເຕັດປີນີ້, ຄອບຄົວ ເອື້ອຍ ລຸກແອ໊ງຮົ່ງ ຢູ່ຕາແສງ ຮວ່ານກ໊ຽມ (ຮ່າໂນ້ຍ) ໄດ້ເລືອກໄປທ່ຽວ ຝູກວກ. ເອື້ອຍ ລຸກແອ໊ງຮົ່ງ ໃຫ້ຮູ້ວ່າ: “ພວກ ຂ້າພະເຈົ້າ ຢາກໃຫ້ທຸກຄົນໃນຄອບຄົວໄດ້ພັກຜ່ອນຢ່າງເຕັມທີ່ພາຍຫຼັງເຮັດວຽກມາໜຶ່ງປີ, ສະນັ້ນ ຈຶ່ງຕັດສິນໃຈໄປທ່ຽວແທນທີ່ຈະຢູ່ເຮືອນ. ຝູກວກ ມີ ອາກາດດີ, ການບໍລິການສະດວກສະບາຍ, ເດັກນ້ອຍ ແລະຜູ້ໃຫຍ່ ລ້ວນແຕ່ສະບາຍໃຈ. ສິ່ງສໍາຄັນແມ່ນທຸກຄົນໃນຄອບຄົວໄດ້ຢູ່ຮ່ວມກັນໃນສະຖານທີ່ແຫ່ງໃໝ່, ນັ້ນແມ່ນການຄົ້ນຫາທີ່ໜ້າຈົດຈໍາໃນໂອກາດຕົ້ນປີໃໝ່”...
ສິ່ງທີ່ໜ້າເອົາໃຈໃສ່ອີກຈຸດໜຶ່ງ ແມ່ນບັນດາຜະລິດຕະພັນການທ່ອງທ່ຽວຕິດພັນກັບການຄົ້ນຫາວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ ໄດ້ດຶງດູດໃຈແຂກທ່ອງທ່ຽວສາກົນ. ບັນດາລາຍການຄົ້ນຫາບຸນເຕັດທ້ອງຖິ່ນເດີມ, ສົມທົບກັບການທ່ອງທ່ຽວນິເວດ ແລະພັກຜ່ອນບໍາລຸງສຸຂະພາບ ໄດ້ຮັບການຕີລາຄາວ່າ ເປັນທ່າແຮງແກ່ງແຍ້ງໃນໄລຍະຍາວ, ປະກອບສ່ວນໂຄສະນາພາບພົດຂອງປະເທດ. ແລກປ່ຽນກັບພວກຂ້າພະເຈົ້າ, ປອ ຫງວຽນດຶກຈ້ອງ ອາຈານສອນຢູ່ພະແນກທ່ອງທ່ຽວ ແລະໂຮງແຮມ, ສັງກັດມະຫາວິທະຍາໄລເສດຖະກິດແຫ່ງຊາດ ໃຫ້ຮູ້ວ່າ: “ການຈະເລີນເຕີບໂຕຂອງການທ່ອງທ່ຽວ ໃນໂອກາດບຸນປີໃໝ່ປີນີ້ ບໍ່ພຽງແຕ່ມາຈາກປັດໄຈ ໄດ້ພັກຫຼາຍມື້ ເທົ່ານັ້ນ ຫາກຍັງສ່ອງແສງໃຫ້ເຫັນຄຸນນະພາບຂອງຜະລິດຕະພັນພາຍໃນປະເທດ ທີ່ໄດ້ຮັບການຍົກສູງຂຶ້ນ, ມີຄວາມຫຼາກຫຼາຍກວ່າ, ຕອບສະໜອງຄວາມຕ້ອງການສ່ວນຕົວ ອີກດ້ວຍ. ນີ້ເປັນສັນຍານທີ່ສະແດງອອກໃຫ້ເຫັນວ່າຕະຫຼາດທ່ອງທ່ຽວພວມພັດທະນາຕາມທິດມີສະຖຽນລະພາບ, ຍືນຍົງກວ່າ ແທນທີ່ການອີງໃສ່ປະລິມານ”.
ວັນພັກຜ່ອນບຸນປີໃໝ່ ປີມະເມຍ 2026 ໄດ້ສ້າງແຮງກະຕຸ້ນອັນສໍາຄັນໃຫ້ແກ່ຂະແໜງການທ່ອງທ່ຽວ ນັບແຕ່ຕົ້ນປີໃໝ່. ການເຕີບໂຕດ້ານຈໍານວນນັກທ່ອງທ່ຽວ, ການປ່ຽນແປງພຶດຕິກໍາບໍລິໂພກ ແລະຄວາມພະຍາຍາມປັບຕົວຂອງວິສາຫະກິດ ໄດ້ຊີ້ໃຫ້ເຫັນທ່າແຮງບົ່ມຊ້ອນເປີດກວ້າງຕະຫຼາດໃນໄລຍະຈະມາເຖິງ. ດ້ວຍພື້ນຖານນີ້, ການທ່ອງທ່ຽວຫວຽດນາມ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສືບຕໍ່ຮັກສາທ່າພັດທະນາ, ປະກອບສ່ວນຕັ້ງໜ້າເຂົ້າໃນການເຕີບໂຕດ້ານເສດຖະກິດ ແລະການໂຄສະນາພາບພົດຂອງປະເທດ ໃນປີ 2026.
ໂດຍ: ໄຊຊະນະ