leftcenterrightdel
ແຮງງານ ບໍລິສັດ Elentec ຫວຽດນາມ ຈຳກັດ. ພາບ: hanoimoi

ວັນທີ 21 ກຸມພາ, ກົງກັບວັນທີ 5 ຂອງບຸນເຕັດ, ປີມະເມຍ, ຫຼາຍວິສາຫະກິດໃນບໍລິເວນ ຮ່າໂນ້ຍ ໄດ້ພ້ອມກັນເປີດປະຕູ, ກຳມະກອນ, ແຮງງານໄດ້ກັບມາເຮັດວຽກເປັນປົກກະຕິ. ຢູ່ບັນດາເຂດອຸດສາຫະກຳ ແລະເຕັກໂນໂລຊີສູງ ໃນບໍລິເວັນນະຄອນ, ບັນດາຍາກາດການຜະລິດໄດ້ກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.

ບໍລິສັດ Elentec ຫວຽດນາມ ຈຳກັດ ມີກຳມະກອນ, ແຮງງານປະມານ 2200 ຄົນ, ໃນວັນທຳອິດຂອງປີໃໝ່ ໄດ້ມີແຮງງານປະມານ 65% ກັບມາເຮັດວຽກ.

ໃນວັນເລີ່ມເຮັດວຽກທຳອິດປີນີ້, ບໍລິສັດ Hoya Glass Disk ຫວຽດນາມ ຈຳກັດ ກໍ່ມີແຮງງານ 1000 ຄົນມາເຮັດວຽກ. ສ່ວນໃນວັນທີ 21 ກຸມພາ, ກຳມະກອນ, ແຮງງານທັງໝົດໃນບໍລິສັດໄດ້ກັບມາເຮັດວຽກຕາມແຜນການ.

ແຫຼ່ງຄັດຈາກ: vovworld.vn