ເປີດນໍາໃຊ້ຖ້ຽວບິນໂດຍກົງລະຫວ່າງຫວຽດນາມ-ອິດສະຣາເອນ
ກປ.ອອນໄລ - ຖ້ຽວບິນໂດຍກົງຈາກ Tel Aviv ໄປ ຮ່າໂນ້ຍ ເປັນຖ້ຽວບິນໂດຍກົງທຳອິດລະຫວ່າງສອງປະເທດ ເຊິ່ງປະກອບສ່ວນຫຼຸດເວລາເດີນທາງ ແລະບໍ່ຕ້ອງການຢຸດພັກໃນປະເທດທີສາມ.
ຖ້ຽວບິນໂດຍກົງໃໝ່ທີ່ເຊື່ອມຕໍ່ Tel Aviv (ອິດສະຣາເອນ) ແລະຮ່າໂນ້ຍ (ຫວຽດນາມ) ໄດ້ເປີດນໍາໃຊ້ໃນວັນທີ 5 ມັງກອນ ທີ່ຮ່າໂນ້ຍ. ຖ້ຽວບິນ ໝາຍເລກ IZ595 ຂອງສາຍການບິນ Arkia ຂອງອິດສະຣາເອນ ໄດ້ລົງຈອດທີ່ສະໜາມບິນ ໂນ້ຍບ່າຍ ໃນເວລາ 16 ໂມງ 30 ນາທີ ໃນຕອນບ່າຍວັນທີ 5 ມັງກອນ ຫຼັງຈາກການເດີນທາງ 11,5 ຊົ່ວໂມງ. ຜູ້ໂດຍສານໃນຖ້ຽວບິນດັ່ງກ່າວລວມມີຄະນະປະຕິບັດງານຂອງບັນດາວິສາຫະກິດທ່ອງທ່ຽວ ແລະສື່ມວນຊົນອິດສະຣາເອນ ເພື່ອໄປຂະຫຍາຍຕະຫຼາດທ່ອງທ່ຽວຢູ່ຫວຽດນາມ.
    |
 |
|
ບັນດາຜູ້ແທນ ຕັດແຖບຜ້າເປີດນໍາໃຊ້ຖ້ຽວບິນ. ພາບ: vietnamtourism.gov.vn |
ຖ້ຽວບິນໂດຍກົງລະຫວ່າງ Tel Aviv - ຮ່າໂນ້ຍ ເປັນຖ້ຽວບິນໂດຍກົງທຳອິດລະຫວ່າງສອງປະເທດ ເຊິ່ງປະກອບສ່ວຍຫຼຸດເວລາເດີນທາງ ແລະບໍ່ຕ້ອງການຢຸດພັກໃນປະເທດທີສາມ. ຈຸດນັດພົບແມ່ນ Tel Aviv ຍັງຊ່ວຍໃຫ້ຜູ້ໂດຍສານຫວຽດນາມ ສາມາດເຊື່ອມຕໍ່ໄປຍັງຫຼາຍປະເທດຢູ່ຕາເວັນອອກກາງ, ເອີຣົບ ແລະກົງກັນຂ້າມ, ນັກທ່ອງທ່ຽວອິດສະຣາເອນ ສາມາດຖືຮ່າໂນ້ຍ ເປັນຈຸດເລີ່ມຕົ້ນຂອງການເດີນທາງໄປອາຊີຕາເວັນອອກສຽງໃຕ້.
ໃນໄລຍະທໍາອິດ, ຈະມີຖ້ຽວບິນໂດຍກົງໜຶ່ງຖ້ຽວຕໍ່ອາທິດລະຫວ່າງອິດສະຣາເອນ - ຫວຽດນາມ ໂດຍໃຊ້ເຮືອບິນລໍາຕົວກວ້າງທີ່ບັນທຸກຜູ້ໂດຍສານປະມານ 290 ຄົນ. ຖ້ຽວບິນໂດຍກົງຄາດວ່າຈະຊ່ວຍແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະອິດສະຣາເອນ ລື່ນ 4 ຕື້ໂດລາສະຫະລັດ ໃນປີນີ້.
ໂດຍ: ຈາງຫງວຽນ