ສິນໃນນ້ຳ ຫວຽດນາມ ມີການເຕີບໂຕລື່ນກາຍຄາດຄະເນໃນປີ 2025
ຍອດມູນຄ່າການສົ່ງອອກສິນໃນນ້ຳຄາດວ່າບັນລຸກ່ວາ 11 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 7,8% ເມື່ອທຽບໃສ່ແຜນການ ແລະເພີ່ມຂຶ້ນ 12,7% ເມື່ອທຽບໃສ່ປີກ່ອນ.
ປີ 2025, ໃນສະພາບການເສດຖະກິດທົ່ວໂລກມີການຜັນປ່ຽນຫຼາຍຢ່າງ, ຂະແໜງສິນໃນນ້ຳຫວຽດນາມ ຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າດ້ວຍຍອດປະລິມານບັນລຸເກືອບ 9,95 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2024 ແລະລື່ນກາຍແຜນການວາງອອກ.
ຍອດມູນຄ່າການສົ່ງອອກສິນໃນນ້ຳຄາດວ່າບັນລຸກ່ວາ 11 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 7,8% ເມື່ອທຽບໃສ່ແຜນການ ແລະເພີ່ມຂຶ້ນ 12,7% ເມື່ອທຽບໃສ່ປີກ່ອນ. ນີ້ແມ່ນປີການສົ່ງອອກສິນໃນນ້ຳຕ້ອງປະເຊີນໜ້າກັບຄວາມກົດດັ່ນຫຼາຍຢ່າງ, ຈາກພາສີສົມທົບຂອງອາເມລິກາ, ຄວາມສ່ຽງຈັດວາງອັດຕາພາສີຕ້ານການຂາຍບູບລາຄາສຳລັບກຸ້ງ, ຄ່າໃຊ້ຈ່າຍເພີ່ມຂຶ້ນຈາກບັນດາຮົ່ວກີດຂວາງດ້ານເຕັກນິກນັບມື້ນັບເຄັ່ງຄັດ. ເຖິງຢ່າງໃດກໍຕາມ, ການສົ່ງອອກສິນໃນນ້ຳຍັງຮັບຮູ້ບັນດາບາດກ້າວເຕີບໂຕລື່ນກາຍລະບັດຄາດຄະເນ.
ແຫຼ່ງຄັດຈາກ: vovworld.vn