ແຂວງກວາງນິງ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 530.000 ເທື່ອຄົນໃນໂອກາດວັນພັກ
ກປ.ອອນໄລ - ໃນໄລຍະວັນພັກປີໃໝ່ປີ 2026, ແຂວງກວາງນິງ ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ໄລ່ມາຮອດວັນທີ 2 ມັງກອນ 2026, ແຂວງກວາງນິງ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 530.000 ເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນບັນລຸ 44.400 ເທື່ອຄົນ.
    |
 |
|
ນັກທ່ອງທ່ຽວສາກົນຕື່ນເຕັ້ນຫຼາຍທີ່ໄດ້ມາຮອດແຂວງກວາງນິງ ໃນມື້ທຳອິດຂອງປີ 2026. ພາບ: Vov.vn |
ທ່ານ ຫງວຽນເລີມຫງວຽນ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງກວາງນິງ ໃຫ້ຮູ້ວ່າ ສັນຍານທີ່ດີນັບແຕ່ຕົ້ນປີມາຮອດນີ້ແມ່ນກໍາລັງແຮງໃຫ້ຂະແໜງການທ່ອງທ່ຽວທ້ອງຖິ່ນພະຍາຍາມບັນລຸເປົ້າໝາຍຕ້ອນຮັບນັກທ່ອງທ່ຽວປະມານ 22 ລ້ານຄົນໃນປີ 2026: "ກ້າວເຂົ້າສູ່ປີ 2026, ແຂວງກວາງນິງ ຕັ້ງໃຈທີ່ຈະສຳເລັດເປົ້າໝາຍການພັດທະນາການທ່ອງທ່ຽວທັງໝົດ. ແຂວງກວາງນິງ ສຸມໃສ່ພັດທະນາການທ່ອງທ່ຽວ, ພັດທະນາຜະລິດຕະພັນທ່ອງທ່ຽວເພື່ອສ້າງຜະລິດຕະພັນທ່ອງທ່ຽວທີ່ໃໝ່, ເປັນເອກະລັກສະເພາະ ແລະໜ້າດຶງດູດສຳລັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ.”
ເນື່ອງໃນໂອກາດນີ້, ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆຄື: ອ່າວຮະລອງ, ສວນສາທາລະນະ Sun World ຮະລອງ, ຫໍພິພິທະພັນກວາງນິງ ແລະເຂດປູຊະນີຍະສະຖານ ແລະທິວທັດອຽນຕື ໄດ້ດຶງດູດນັກທ່ອງທ່ຽວມາທ່ຽວຊົມເປັນຈຳນວນຫຼວງຫຼາຍ.
ໂດຍ: ໄຊນີດາ