ຫວຽດນາມ ທາບທາມປະສົບການສາກົນກ່ຽວກັບການເຂົ້າຮ່ວມສົນທິສັນຍາ ICPPED
ກປ.ອອນໄລ - ວັນທີ 6 ມັງກອນ, ທີ່ແຂວງ ກວາງນິງ ໄດ້ດໍາເນີນກອງປະຊຸມສໍາມະນາ ນຳສະເໜີສົນທິສັນຍາສາກົນ ວ່າດ້ວຍການປ້ອງກັນການຖືກບັງຄັບໃຫ້ຫາຍສາບສູນ (ICPPED), ຈັດໂດຍກະຊວງຕໍາຫຼວດຫວຽດນາມ ສົມທົບກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP).
ກອງປະຊຸມສໍາມະນາເພື່ອແນໃສ່ນຳສະເໜີເນື້ອໃນຂອງສົນທິສັນຍາ ICPPED ຢ່າງຮອບດ້ານ ດ້ວຍການສະໜັບສະໜູນ ແລະການແບ່ງປັນປະສົບການຈາກນັກຊ່ຽວຊານສາກົນ, ຜູ້ຕາງໜ້າຈາກບາງປະເທດທີ່ໄດ້ເຂົ້າຮ່ວມສົນທິສັນຍາ (ນອກແວ, ສະວິດ). ຜ່ານການແລກປ່ຽນທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານໄດ້ແບ່ງປັນຄວາມຮູ້ດ້ານວິຊາສະເພາະ, ອັບເດັດຂໍ້ມູນກ່ຽວກັບການປະຕິບັດສົນທິສັນຍາໃນບັນດາປະເທດອື່ນໆ.
    |
 |
|
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn |
ບັນດາຄໍາເຫັນທີ່ໄດ້ແລກປ່ຽນທີ່ກອງປະຊຸມສໍາມະນາ ລ້ວນແຕ່ໄດ້ເຫັນດີເປັນເອກະພາບຖືວ່າ ການເຂົ້າຮ່ວມສົນທິສັນຍາ ຕ້ອງມີຂັ້ນຕອນທີ່ເໝາະສົມ, ຕິດພັນກັບການປັບປຸງກົດໝາຍໃຫ້ສົມບູນແບບ, ເພີ່ມທະວີກໍາລັງຄວາມສາມາດດ້ານກົດບັນຢັດ ແລະຮັບປະກັນແຫຼ່ງກໍາລັງປະຕິບັດ. ຖ້າເຂົ້າຮ່ວມສົນທິສັນຍາ ICPPED, ຫວຽດນາມ ບໍ່ພຽງແຕ່ຈະປັບປຸງກອບນິຕິກໍາທີ່ປົກປ້ອງສິດທິມະນຸດກວ່າອີກ ເທົ່ານັ້ນ, ຫາກຍັງຈະຍົກສູງປະສິດທິຜົນຂອງການຄຸ້ມຄອງລັດ, ເພີ່ມທະວີລັກສະນະໂປ່ງໃສ, ຄວາມຮັບຜິດຊອບໃນການອະພິບາຍ ແລະຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ບັນດາອົງການຂອງລັດ ອີກດ້ວຍ...
ບັນດາຄໍາເຫັນ, ການແລກປ່ຽນ ແລະຄວາມຮູ້ທີ່ໄດ້ຮັບໃນກອງປະຊຸມສໍາມະນາແມ່ນມີຄວາມໝາຍສໍາຄັນຍິ່ງ, ແມ່ນແຫຼ່ງຂໍ້ມູນ, ເອກະສານທາບທາມອັນລໍ້າຄ່າ, ຊ່ວຍໃຫ້ອົງການເປັນເຈົ້າພາບ ແລະອົງການທີ່ກ່ຽວຂ້ອງຂອງຫວຽດນາມ ສືບຕໍ່ຄົ້ນຄວ້າ, ສະເໜີການກໍານົດທິດ, ຂັ້ນຕອນທີ່ເໝາະສົມໃນການຄົ້ນຄວ້າ, ພິຈາລະນາຄວາມສາມາດເຂົ້າຮ່ວມສົນທິສັນຍາ ICPPED ຂອງຫວຽດນາມ ໃນໄລຍະຈະມາເຖິງ.
ໂດຍ: ຈາງຫງວຽນ