ລະດູບານໃໝ່ບ້ານເກີດເມືອງນອນ 2026 ຢູ່ນະຄອນ Osaka, ປະເທດຍີ່ປຸ່ນ
ກປ.ອອນໄລ - ວັນທີ 4 ມັງກອນ, ທີ່ສວນສາທາລະນະ Ikuno, ນະຄອນ Osaka (ປະເທດ ຍີ່ປຸ່ນ), ສະມາຄົມຊາວຫວຽດນາມ ອາໄສຢູ່ Kansai ໄດ້ສົມທົບກັບສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ Osaka ແລະອໍານາດການປົກຄອງເມືອງ Ikuno ຈັດຕັ້ງລາຍການ "ລະດູບານໃໝ່ບ້ານເກີດເມືອງນອນ - ບຸນເຕັດມະຫາສາມັກຄີ Osaka 2026".
ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2026 ທີ່ Osaka ໄດ້ມີການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ. ລາຍການສະແດງສິລະປະ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ Kansai ສະແດງ, ເຊັ່ນ: ການສະແດງເຊີດສິງໂຕ ກັບຄະນະຟ້ອນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ Nagoya, ການສະແດງຟ້ອນທີ່ມີຫົວຂໍ້ວ່າ "ລົມມໍລະສຸມ - ລະດູບານໃໝ່ວຽນມາ" ຂອງກຸ່ມ V-Artist ຢູ່ Osaka. ໃນຂອບເຂດງານບຸນ, ມີການເຄື່ອນໄຫວວັດທະນະທຳຫຼາຍຢ່າງໄດ້ຮັບການຈັດຕັ້ງ, ເຊັ່ນ: ການແຂ່ງຂັນຫໍ່ເຂົ້າຕົ້ມ, ຮ້ານວາງສະແດງທີ່ແນະນໍາອາຫານພື້ນເມືອງ, ງານວາງສະແດງຮູບພາບກ່ຽວກັບປະເທດ ແລະຊາວຫວຽດນາມ, ກໍ່ຄື ຮ້ານວາງສະແດງທີ່ແນະນຳຜະລິດຕະພັນ ແລະການບໍລິການຂອງວິສາຫະກິດ ຫວຽດນາມ-ຍີ່ປຸ່ນ. ຈຸດພົ້ນເດັ່ນຂອງງານບຸນຄັ້ງນີ້ແມ່ນການສາຍຟີມຮູບເງົາ "ຝົນແດງ" ໂດຍບໍ່ເສຍຄ່າ.
    |
 |
|
ລາຍການ "ລະດູບານໃໝ່ບ້ານເກີດເມືອງນອນ - ບຸນເຕັດມະຫາສາມັກຄີ Osaka 2026" ໄດ້ຈັດຂຶ້ນທີ່ສວນສາທາລະນະ Ikuno, ນະຄອນ Osaka, ປະເທດຍີ່ປຸ່ນ. ພາບ: nhandan.vn |
ງານບຸນລະດູບານໃໝ່ບ້ານເກີດເມືອງນອນ 2026 ຢູ່ນະຄອນ Osaka ໄດ້ດຶງດູດນັກທ່ອງທ່ຽວຫຼາຍພັນຄົນ. ເຫດການໄດ້ປະກອບສ່ວນເຂົ້າໃນການຍົກສູງພາບພົດຂອງຫວຽດນາມ ຢູ່ຍີ່ປຸ່ນ, ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ, ການສຶກສາລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ.
ໂດຍ: ຈາງຫງວຽນ