ດຶງດູດ FDI ຈາກ “ຈຳນວນ” ມາເປັນ “ຄຸນນະພາບ” ເພື່ອເພີ່ມຄຸນຄ່າພາຍໃນປະເທດ
ກປ.ອອນໄລ - ໃນໄລຍະຜ່ານມາ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນຂອງເສດຖະກິດຫວຽດນາມ, ປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕ, ການສົ່ງອອກ ແລະການເຊື່ອມໂຍງເຂົ້າກັບສາກົນ.
ປະຈຸບັນ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຊ່ວຍໃຫ້ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ, ປະກອບເຂົ້າ GDP, ງົບປະມານຢ່າງຫຼວງຫຼາຍ ແລະສ້າງວຽກເຮັດງານທຳ. ໂດຍສະເພາະ, ໃນໄລຍະປີ 2021-2025, ຍອດເງິນລົງທຶນໂດຍກົງຈາກ FDI ບັນລຸຫຼາຍກວ່າ 158 ຕື້ໂດລາສະຫະລັດ, ລື່ນກາຍເປົ້າໝາຍທີ່ວາງອອກແຕ່ 100-150 ຕື້ໂດລາສະຫະລັດ.
    |
 |
|
ພາບປະກອບຄັດຈາກ: ໜັງສືພິມລົງທຶນ |
ເຖິງຢ່າງໃດກໍ່ຕາມ, ອັດຕາການປະກອບສ່ວນຂອງ FDI ຕໍ່ຍອດເງີນລົງທຶນທົ່ວສັງຄົມມີທ່າອ່ຽງຫຼຸດລົງ; ລະດັບການແຜ່ຂະຫຍາຍຂອງ ເຕັກໂນໂລຢີ ແລະຍົກສູງຄວາມສາມາດຂອງອຸດສາຫະກຳພາຍໃນປະເທດມີຄວາມຈຳກັດ; ພື້ນຖານເສດຖະກິດຍັງຂຶ້ນກັບຂົງເຂດ FDI ໃນບາງຂົງເຂດຫຼັກແຫຼ່ງ. ຄວາມຕ້ອງການທີ່ວາງອອກແມ່ນໃນໄລຍະມາເຖິງ, ຕ້ອງມີການຫັນປ່ຽນຢ່າງແຂງແຮງຈາກການດຶງດູດ FDI ຕາມຈຳນວນ ມາເປັນບຸລິມະສິດຄຸນນະພາບ ແລະຄວາມສາມາດແຜ່ຂະຫຍາຍ. ຈຸດສຸມແມ່ນສ້າງບັນດານະໂຍບາຍສົ່ງເສີມວິສາຫະກິດໃນປະເທດເຂົ້າຮ່ວມຢ່າງເລິກເຊິ່ງກວ່າລະບົບຕ່ອງໂສ້ການສະໜອງຂອງວິສາຫະກິດ FDI, ພັດທະນາອຸດສາຫະກໍາສໍາຮອງ, ພ້ອມທັງດຳເນີນການກໍ່ສ້າງຊັບພະຍາກອນມະນຸດກັບຄວາມຕ້ອງການຕົວຈິງຂອງຂົງເຂດອຸດສາຫະກໍາ ແລະການຜະລິດ.
FDI ບໍ່ພຽງແຕ່ຮັບໃຊ້ການສົ່ງອອກເທົ່ານັ້ນ, ແຕ່ຍັງໄດ້ກໍານົດທິດເຂົ້າຮ່ວມຢ່າງເລິກເຊິ່ງກວ່າເຂົ້າຕະຫຼາດພາຍໃນ. ທ່ານ ຟ້າມແທງບິ່ງ ຫົວໜ້າສູນສົ່ງເສີມຂໍ້ມູນໜູນຊ່ວຍການລົງທຶນພາກເໜືອ, ກົມລົງທຶນຕ່າງປະເທດ, ກະຊວງການເງິນ ຖືວ່າ: “ຫວຽດນາມຈຳເປັນຕ້ອງມີວິທີການແກ້ໄຂ ແລະການກະທຳຢ່າງລະອຽດຄືປະຕິບັດກົນໄກ ແລະນະໂຍບາຍການລົງທຶນ, ເພີ່ມຄວາມໝັ້ນຄົງ ແລະຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ. ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ຍົກລະດັບພື້ນຖານໂຄງລ່າງ, ໂດຍສະເພາະແມ່ນ logistics, ພະລັງງານ ແລະໂຄງລ່າງເຂດອຸດສາຫະກຳ, ໄປສູ່ທິດທາງທີ່ທັນສະໄໝ, ສີຂຽວ ແລະສະຫຼາດ.
ເພີ່ມທະວີການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຕ້ອງການຂອງເຕັກໂນໂລຢີທີ່ທັນສະໄໝ. ເພີ່ມທະວີການສົ່ງເສີມການລົງທຶນທີ່ສຳຄັນ, ໂດຍສຸມໃສ່ເຂົ້າບັນດາກຸ່ມບໍລິສັດນາໆຊາດໃນຂະແໜງເຕັກໂນໂລຢີສູງ ແລະພະລັງງານສະອາດ.
ໂດຍ: ໄຊນີດາ