ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ-ຫວຽດນາມ ເພີ່ມຂຶ້ນແຮງ
ກປ.ອອນໄລ - ນັບແຕ່ປີ 2025, ຂະແໜງລົດໄຟຂອງຈີນ ໄດ້ຍົກລະດັບບັນຈຸນໍ້າໜັກຂອງລົດໄຟໃນສາຍ ເຜິງສຽງ (ກວາງຊີ) - ດົ່ງດັງ (ຫວຽດນາມ) ຈາກ 1.000 ໂຕນ ຂຶ້ນເປັນ 1.300 ໂຕນ
ໃນປີ 2025, ບັນດາຂະບວນລົດໄຟເຊື່ອມຕໍ່ ຈີນ - ຫວຽດນາມ ເລີ່ມເດີນທາງຈາກເຂດປົກຄອງຕົນເອງຊົນເຜົ່າຈ້ວງ, ແຂວງກວາງຊີ, ຈີນ ໄດ້ຂົນສົ່ງສິນຄ້າສົ່ງອອກລວມທັງໝົດ 37.000 ຕູ້ຄອນແທນເນີ, ເພີ່ມຂຶ້ນ 86% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ສ້າງລະດັບສະຖິຕິສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ.
    |
 |
|
ຂະບວນລົດໄຟເຊື່ອມຕໍ່ສາກົນຂົນສົ່ງສິນຄ້າຈາກສະຖານີລົດໄຟ ຊ໊ອງເທີ່ນ ໄປຍັງປະເທດ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ. |
ສູນໂລຈິດສະຕິກເສັ້ນທາງລົດໄຟໜານນິງ ໃຫ້ຮູ້ວ່າ, ຄວາມຕ້ອງການຂົນສົ່ງສິນຄ້າສົ່ງອອກຜ່ານທາງລົດໄຟເຊື່ອມຕໍ່ ຈີນ-ຫວຽດນາມ ໃນປີ 2025 ສືບຕໍ່ເພີ່ມຂຶ້ນແຮງ. ປັດຈຸບັນ, ປະລິມານສິນຄ້າຂົນສົ່ງຜ່ານສາຍນີ້ ກວມເອົາ 73% ຈໍານວນຂະບວນລົດໄຟສົ່ງອອກໄປຍັງ ຫວຽດນາມ ແລະ 86% ຈໍານວນປະລິມານສິນຄ້າຄອນແທນເນີສົ່ງອອກດ້ວຍທາງລົດໄຟໄປຍັງ ຫວຽດນາມ.
ເພື່ອຕອບສະໜອງຄວາມຕ້ອງການຂົນສົ່ງຮັບໃຊ້ການເຕີບໂຕການຄ້າຂ້າມຊາຍແດນ ຈີນ-ຫວຽດນາມ, ນັບແຕ່ປີ 2025, ຂະແໜງລົດໄຟຂອງຈີນ ໄດ້ຍົກລະດັບບັນຈຸນໍ້າໜັກຂອງລົດໄຟໃນສາຍ ເຜິງສຽງ (ກວາງຊີ) - ດົ່ງດັງ (ຫວຽດນາມ) ຈາກ 1.000 ໂຕນຂຶ້ນເປັນ 1.300 ໂຕນ, ຜ່ານນັ້ນຊ່ວຍຍົກລະດັບສະມັດຕະພາບການຜ່ານແດນ ຢູ່ດ່ານຊາຍແດນລົດໄຟ ເຜິງສຽງ ຂຶ້ນຕື່ມ 30%.
ເສັ້ນທາງລົດໄຟຂົນສົ່ງສິນຄ້າເຊື່ອມຕໍ່ລະຫວ່າງ ຈີນ-ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຍັງຕະຫຼາດອາຊຽນ.
ໂດຍ: ໄຊຊະນະ