ປື້ມ “80 ປີ ສະພາແຫ່ງຊາດຫວຽດນາມ - ບັນດາຂີດໝາຍປະຫວັດສາດ” ແມ່ນປື້ມທີ່ໄດ້ຮຽບຮຽງຢ່າງພິຖິພິຖັນ, ມີຄວາມໝາຍດ້ານການເມືອງ, ປະຫວັດສາດ ແລະພຶດຕິກໍາຕົວຈິງທີ່ເລິກເຊິ່ງ, ໄດ້ວາດພາບໃຫ້ເຫັນຢ່າງມີຊີວິດຊີວາໄລຍະທາງ 80 ປີແຫ່ງການສ້າງສາ ແລະພັດທະນາຂອງສະພາແຫ່ງຊາດຫວຽດນາມ ຜ່ານໄລຍະການປະຕິວັດຕ່າງໆ. ເນື້ອໃນຂອງປື້ມ ປະກອບດ້ວຍສອງພາກສ່ວນ:

ພາກທີ 1: ປະທານ ໂຮ່ຈີມິນ ກັບສະພາແຫ່ງຊາດ, ປື້ມຫົວນີ້ ໄດ້ສະແດງໃຫ້ເຫັນການປະກອບສ່ວນອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ໃນການກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດ ແລະສະພາແຫ່ງຊາດຫວຽດນາມ ເວົ້າລວມ, ວຽກງານເລືອກຕັ້ງເວົ້າສະເພາະ.

ພາກທີ 2: 80 ປີ ສະພາແຫ່ງຊາດຫວຽດນາມ (1946 - 2026) ນຳສະເໜີ 15 ສະໄໝຂອງສະພາແຫ່ງຊາດ, ດ້ວຍຈຸດພົ້ນເດັ່ນ ແລະຂີດໝາຍດີເດັ່ນ, ຢັ້ງຢືນບົດບາດ ແລະການປະກອບສ່ວນສຳຄັນຂອງສະພາແຫ່ງຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ, ພັດທະນາ, ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

leftcenterrightdel
ບັນດາຜູ້ແທນ ຢ້ຽມຊົມການວາງສະແດງປື້ມ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ: ປື້ມ “80 ປີສະພາແຫ່ງຊາດຫວຽດນາມ - ບັນດາຂີດໝາຍປະຫວັດສາດ” ແມ່ນຂີດໝາຍສໍາຄັນໃນວິວັດການສົມທົບຢ່າງແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງສະພາແຫ່ງຊາດ ກັບສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ. ທ່ານ ຫງວຽນຄັກດິ້ງ ຕີລາຄາສູງຄວາມຮັບຜິດຊອບ, ຄວາມເປັນມືອາຊີບຂອງຖັນແຖວພະນັກງານ, ນັກບັນນາທິການຂອງສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ແລະຍ້ອງຍໍຊົມເຊີຍການສົມທົບຢ່າງແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງສອງອົງການໃນການເປັນເສນາທິການ ແລະຈັດຕັ້ງການພິມຈຳໜ່າຍບັນດາສື່ສິ່ງພິມສຳຄັນຂອງສະພາແຫ່ງຊາດ.

ໂດຍ: ທູຈາງ