leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn

ໄລ່ລວມແລ້ວ, GDP ໃນປີ 2025 ມີການເຕີບໄຕທີ່ດີ ດ້ວຍລະດັບການເຕີບໂຕ ຄາດວ່າບັນລຸ 8,02% ເມື່ອທຽບໃສ່ປີກາຍ, ພຽງແຕ່ຕ່ຳກວ່າລະດັບການເຕີບໂຕຂອງປີ 2022 ໃນໄລຍະ 2011-2025. ຂອບຂະໜາດ GDP ຕາມລາຄາປະຈຸບັນຂອງປີ 2025 ຄາດວ່າບັນລຸ 12.847,6 ຕື້ດົ່ງ, ເທົ່າກັບ 514 ຕື້ USD, ເພີ່ມຂຶ້ນ 38 ຕື້ USD ເມື່ອທຽບໃສ່ປີ 2024 (476 ຕື້ USD).

GDP ສະເລ່ຍຕໍ່ຫົວຄົນ ໃນປີ 2025 ຕາມລາຄາປະຈຸບັນ ຄາດວ່າບັນລຸ 125,5 ລ້ານດົ່ງ/ຄົນ, ເທົ່າກັບ 5.026 USD, ເພີ່ມຂຶ້ນ 326 USD ເມື່ອທຽບໃສ່ປີ 2024 (4.700 USD).

ການບໍລິການຍັງຄົງແມ່ນກຸ່ມທີ່ມີການປະກອບຫຼາຍທີ່ສຸດເຂົ້າໃນມູນຄ່າເພີ່ມຂອງພື້ນຖານເສດຖະກິດ, ກວມເອົາຫຼາຍກວ່າ 51,08%. ຕາມກົມສະຖິຕິ ແລ້ວ, ມູນຄ່າເພີ່ມຂອງຂະແໜງການບໍລິການເພີ່ມຂຶ້ນ 8,62% ເມື່ອທຽບໃສ່ປີກາຍ. ໃນຂະນະນັ້ນ, ຂະແໜງອຸດສາຫະກຳ ແລະກໍ່ສ້າງເພີ່ມຂຶ້ນ 8,95%, ປະກອບສ່ວນ 43,62% ເຂົ້າໃນມູນຄ່າເພີ່ມຂອງພື້ນຖານເສດຖະກິດ. ສ່ວນຂະແໜງກະສິກຳ, ປ່າໄມ້, ສິນໃນນໍ້າ ປະກອບ 5,3% ເຂົ້າໃນການເຕີບໂຕ.

ໂດຍ: ທູຈາງ