leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: vov.vn

ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2025 ສືບຕໍ່ຢືນຢັນອິດທິພົນຊື່ສຽງ, ຊ່ວຍຍົກສູງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບນະຄອນໂຮ່ຈີມິນ ຄືດັ່ງສູນລົງທຶນ, ນະວັດຕະກໍາ. ນີ້ແມ່ນບັນດາການຕີລາຄາທີ່ໄດ້ຍົກອອກມາຢູ່ກອງປະຊຸມສະຫຼຸບເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025 ທີ່ຈັດຂຶ້ນໃນຕອນບ່າຍວັນທີ 31 ທັນວາ, ຢູ່ນະຄອນໂຮ່ຈີມິນ.

ເວທີປາໄສໄດ້ຢືນຢັນຖານະທີ່ຕັ້ງ ແລະບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ສຳລັບໂລກ, ພິເສດແມ່ນໃນສະພາບຫວຽດນາມ ແລະໃນເບື້ອງຕົ້ນ ນະຄອນໂຮ່ຈີມິນ ໄດ້ຮັບການກຳນົດຄືດັ່ງສູນເຈລະຈານະໂຍບາຍໃໝ່ຂອງພາກພື້ນ. ທີ່ເວທີປາໄສໄດ້ປະກາດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຈໍານວນ 16 ສະບັບລະຫວ່າງຄູ່ຮ່ວມມືຢູ່ພາຍໃນປະເທດ ແລະສາກົນໃນຫຼາຍຂົງເຂດ, ລວມມີ: ການເງິນ fintech, blockchain, ພື້ນຖານໂຄງລ່າງການເງິນດີຈີຕອນ, ການຫັນເປັນດີຈີຕອນ, ການລົງທຶນເຕັກໂນໂລຊີ, ປັນຍາປະດິດ…

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ