ຕາມເວັບໄຊ siliconcanals.com (ໂຮນລັງ), ຫວຽດນາມ ໄດ້ປະຕິບັດບັນດາການປະຕິຮູບຢ່າງພາວະວິໄສຫຼາຍທີ່ສຸດໃນຫຼາຍທົດສະຫວັດ. ບັນດາການປ່ຽນແປງດັ່ງກ່າວ ໄດ້ສວມບົດບາດສຳຄັນໃນການກຳນົດທິດການພັດທະນາເສດຖະກິດຂອງຫວຽດນາມ ໃນ 5-10 ປີຈະມາເຖິງ.
ບົດຂຽນຕີລາຄາບັນດາການປະຕິຮູບ ເຊິ່ງ ລັດຖະບານຫວຽດນາມ ບັນລຸໄດ້ໃນ 12 ເດືອນຜ່ານມາ. ນັ້ນແມ່ນການປ່ຽນແປງຢ່າງເລິກເຊິ່ງ, ກວ້າງຂວາງ, ມີລັກສະນະໂຄງສ້າງ, ເປີດການເຕີບໂຕຢ່າງແທ້ຈິງ. ບົດຂຽນກໍ່ໄລ່ລຽງອອກບັນດາການປ່ຽນແປງຫຼັກແຫຼ່ງ ໃນໄລຍະການພັດທະນາເສດຖະກິດຕໍ່ໄປຂອງຫວຽດນາມ. ທີໜຶ່ງ ແມ່ນມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ອະນຸຍາດໃຫ້ບັນດາບໍລິສັດພາກເອກະຊົນຮັບບົດບາດສຳຄັນຫຼາຍຂຶ້ນໃນພື້ນຖານເສດຖະກິດຫວຽດນາມ. ທີສອງ ແມ່ນນຳເສດຖະກິດບໍ່ເປັນທາງການເຂົ້າລະບົບທາງການ. ທີສາມ ແມ່ນນຳບັນດາຂໍ້ກຳນົດເຂົ້ານຳໃຊ້ຢ່າງແໜ້ນແຟ້ນເພື່ອໃຫ້ຕະຫຼາດຫວຽດນາມ ມີຄວາມຍຸຕິທຳ ແລະ ການແກ່ງແຍ້ງໃນໄລຍະຍາວ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image