ນະຄອນ ໂຮ່ຈີມິນ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດເງິນຕາຕ່າງປະເທດໂດຍຊາວຫວຽດນາມ ຝາກມາ, ກວມເອົາປະມານ 60% ປະລິມານເງິນຕາຕ່າງປະເທດຝາກມາ
ນະຄອນ ໂຮ່ຈີມິນ ໄດ້ນຳໜ້າທົ່ວປະເທດກ່ຽວກັບການດຶງດູດເງິນຕາຕ່າງປະເທດໂດຍຊາວຫວຽດນາມ ຢູ່ຕ່າງປະເທດຝາກມາ
ວັນທີ 29 ທັນວາ, ທະນາຄານແຫ່ງລັດສາຂາເຂດ 2 ໃຫ້ຮູ້ວ່າ, ຈຳນວນເງິນຕາຕ່າງປະເທດຝາກມານະຄອນໂຮ່ຈີມິນ ສືບຕໍ່ເພີ່ມຂຶ້ນ, ຄາດວ່າບັນລຸ 10,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີກາຍ. ດ້ວຍໝາກຜົນດັ່ງກ່າວ, ນະຄອນໂຮ່ຈີມິນ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດເງິນຕາຕ່າງປະເທດໂດຍຊາວຫວຽດນາມ ຝາກມາ, ກວມເອົາປະມານ 60% ປະລິມານເງິນຕາຕ່າງປະເທດຝາກມາ. ຕົວເລກດັ່ງກ່າວໄດ້ຊີ້ໃຫ້ເຫັນການເຕີບໂຕຢ່າງຕັ້ງໜ້າ, ສະແດງໃຫ້ເຫັນເສດຖະກິດຂອງນະຄອນ ເວົ້າສະເພາະ ແລະເສດຖະກິດຂອງຫວຽດນາມ ເວົ້າລວມພັດທະນາຢ່າງເປັນປົກກະຕິ. ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ສືບຕໍ່ປັບປຸງແຜນນະໂຍບາຍ, ນະໂຍບາຍໃຫ້ສົມບູນແບບເພື່ອແນໃສ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີການປະກອບສ່ວນເຂົ້າບັນດາໂຄງການເສດຖະກິດ-ສັງຄົມຈຸດສຸມ. ຜ່ານແຫຼ່ງເງິນຕາຕ່າງປະເທດຝາກມາ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປາດຖະໜາຢາກປະກອບສ່ວນເພື່ອໃຫ້ນະຄອນໂຮ່ຈີມິນ ພັດທະນາຢ່າງເປັນປົກກະຕິ ແລະຍືນຍົງ, ບັນລຸເປົ້າໝາຍເຕີບໂຕສອງຕົວເລກ. ທ່ານນາງ ເຈິ່ນທິງອກລຽນ, ຮອງຫົວໜ້າທະນາຄານແຫ່ງລັດສາຂາເຂດ 2, ໃຫ້ຮູ້ວ່າ:
“ຄາດວ່າ ປີ 2026, ແຫຼ່ງເງິນຕາຕ່າງປະເທດໂດຍຊາວຫວຽດນາມ ຢູ່ຕ່າງປະເທດຝາກມາປະເທດຈະເພີ່ມຂຶ້ນ. ທາງນະຄອນພວມມີມາດຕະການ, ຂໍ້ສະເໜີເພື່ອລະດົມແຫຼ່ງເງິນລົງທຶນໃຫ້ແກ່ບັນດາໂຄງການທີ່ໄດ້, ພວມ ແລະຈະຜັນຂະຫຍາຍເຊິ່ງຕ້ອງການເງິນລົງທຶນຫຼາຍ”.
ແຫຼ່ງຄັດຈາກ: vovworld.vn