ກ່າວຄຳເຫັນທີ່ການພົບປະ, ທ່ານ ເລຮວ່າຍຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ, ໃນສະພາບການໂລກ ແລະພາກພື້ນປີ 2025 ມີການປ່ຽນແປງຢ່າງວ່ອງໄວ ແລະສັບສົນ, ວຽກງານພົວພັນຕ່າງປະເທດ ສືບຕໍ່ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ, ປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກໂດຍສັນຕິວິທີ.

leftcenterrightdel
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນທີ່ການພົບປະ. ພາບ: qdnd.vn

ຢືນຢັນວ່າວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ມີການປະກອບສ່ວນສໍາຄັນເຂົ້າໃນໝາກຜົນທີ່ພົ້ນເດັ່ນໃນຂົງເຂດພົວພັນຕ່າງປະເທດ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະແດງຄວາມຂອບໃຈ ແລະຕີລາຄາສູງບັນດາອົງການສື່ມວນຊົນທີ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມເດີນທາງພ້ອມກັບກະຊວງການຕ່າງປະເທດ, ລາຍງານຂ່າວຢ່າງທັນການ, ມີຫຼາຍບົດຂຽນລົງເລິກ, ແຫຼມຄົມ, ໂຄສະນາສານການພົວພັນຕ່າງປະເທດຂອງພັກ ແລະລັດເຖິງປະຊາຊົນພາຍໃນປະເທດ ແລະປະຊາຄົມສາກົນປະສົບຜົນສໍາເລັດ.

ເນັ້ນໜັກວ່າ ສະພາບການໂລກ ແລະພາກພື້ນ ໄດ້ຮັບການຄາດຄະເນວ່າຈະສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະສັບສົນ, ໜ້າທີ່ຂອງວຽກງານພົວພັນຕ່າງປະເທດໃນສັງກາດໃໝ່ - ສັງກາດບືນຕົວຂຶ້ນຂອງຊົນຊາດຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ຫວັງວ່າໃນໄລຍະຈະມາເຖິງ, ບັນດາອົງການສື່ມວນຊົນ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະສົມທົບຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງການຕ່າງປະເທດໃຫ້ບັນດາກົມກອງລວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນ, ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານພົວພັນຕ່າງປະເທດໃນປີ 2025.

ໂດຍ: ເຈິ່ນຮວ່ຽນ