ຫວຽດນາມ ກາຍເປັນສະຖານທີ່ນັດພົບໄດ້ຮັບຄວາມນິຍົມແຖວໜ້າໃນປີ 2026
ຮ່າໂນ້ຍ, ສູນກາງວັດທະນະທຳຂອງທົ່ວປະເທດ ສ້າງຄວາມປະທັບໃຈດ້ວຍການປະສົມປະສານລະຫວ່າງຄຸ້ມເມືອງເກົ່າ, ສະຖາປັດຕະຍະກຳແຕ່ສະໄໝຫົວເມືອງຂຶ້ນ ແລະການດຳລົງຊີວິດໃນປັດຈຸບັນ.
    |
 |
|
ພາບປະກອບຈາກ: ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ |
ຕາມວາລະສານ Vogue ຂອງຝລັ່ງ, ກ້າວເຂົ້າສູ່ປີ 2026, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາສະຖານທີ່ດຶງດູດທີ່ສຸດຢູ່ອາຊີ, ຍ້ອນການປະສົມປະສານຢ່າງກົມກ່ຽວລະຫວ່າງທິວທັດທຳມະຊາດທີ່ພົ້ນເດັ່ນ, ວັດທະນະທຳ ແລະພະລັງຊີວິດທີ່ທັນສະໄໝຂອງບັນດາຕົວເມືອງໃຫຍ່. ຄວາມດຶງດູດຂອງການທ່ອງທ່ຽວຫວຽດນາມ ກ່ອນອື່ນໝົດແມ່ນສະຖານທີ່ທຳມະຊາດທີ່ມີລັກສະນະສັນຍາລັກ. ອ່າວຮະລອງ ດ້ວຍຫາດຊາຍທະເລຂຽວສົດໃສ ແລະບັນດາພູຫີນຕັ້ງສະຫງ່ານສືບຕໍ່ແມ່ນຮູບພາບທີ່ເປັນສັນຍາລັກຂອງການທ່ອງທ່ຽວຫວຽດນາມ, ທີ່ເຄີຍປະກົດໃນຫຼາຍຮູບເງົາສາກົນ. ຢູ່ເຂດພາກກາງ, ກຸງເກົ່າເຫ້ວ ດຶງດູດແຂກທ່ອງທ່ຽວຍ້ອນບັນດາປູຊະນີຍະສະຖານປະຫວັດສາດທີ່ໄດ້ຮັບການຮັບຮອງວ່າເປັນມໍລະດົກໂລກ.
ບັນດາຕົວເມືອງໃຫຍ່ກໍ່ເປັນຂີດໝາຍຢ່າງຈະແຈ້ງໃນຂະແໜງການທ່ອງທ່ຽວຫວຽນາມ. ຮ່າໂນ້ຍ, ສູນກາງວັດທະນະທຳຂອງທົ່ວປະເທດ ສ້າງຄວາມປະທັບໃຈດ້ວຍການປະສົມປະສານລະຫວ່າງຄຸ້ມເມືອງເກົ່າ, ສະຖາປັດຕະຍະກຳແຕ່ສະໄໝຫົວເມືອງຂຶ້ນ ແລະການດຳລົງຊີວິດໃນປັດຈຸບັນ. ໃນຂະນະນັ້ນ, ນະຄອນໂຮ່ຈີມິນ ປັດຈຸບັນປະກົດຕົວຄືດັ່ງຕົວເມືອງທີ່ຂະຫຍັນຂັນເຄື່ອນດ້ວຍບັນດາຕຶກອາຄານສູງທີ່ທັນສະໄໝຕັ້ງຢູ່ຄຽງຂ້າງບັນດາກິດຈະກຳສະຖາປັດຕະຍາກຳທີ່ເກົ່າແກ່ຕາມໄລຍະເວລາ.
ແຫຼ່ງຄັດຈາກ: vovworld.vn