leftcenterrightdel
ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງກອງທຶນການລົງທຶນ VinaCapital. ພາບ: diendandoanhnghiep.vn

“ໃນສະພາບການໂລກມີການຜັນແປ, ຫວຽດນາມ ຍັງພັດທະນາຢ່າງແຮງ ແລະພວມຢືນຢູ່ຕໍ່ໜ້າຮອບວຽນການເຕີບໂຕໃໝ່ ດ້ວຍບັນດາການປ່ຽນແປງທີ່ມີລັກສະນະບາດລ້ຽວ”. ນີ້ແມ່ນຂໍ້ສັງເກດຂອງທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງກອງທຶນການລົງທຶນ VinaCapital.

ທ່ານ ແບ່ງປັນວ່າ  GDP ຫວຽດນາມ ໃນປີ 2025 ອາດສາມາດບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈປະມານ 7,5% ແລະອາດສາມາດບຸກທະລຸ 8% ໃນປີນີ້, ການສົ່ງອອກ ແລະທ່ອງທ່ຽວແມ່ນ “ກຳລັງໜູນຕົ້ນຕໍ” ນຳ GDP ຮັກສາຢູ່ລະດັບສູງ. ຕາມການຄາດຄະເນຂອງທ່ານ Michael Kokalari ແລ້ວ, GDP ຂອງຫວຽດນາມ ໃນປີ 2026 ມີຄວາມສາມາດບົ່ມຊ້ອນບຸກທະລຸຢ່າງແຮງກວ່າ, ໃນນັ້ນຄວາມຫວັງໃຫຍ່ແມ່ນມາຈາກກຳລັງໜູນຂອງການປະຕິຮູບ ແລະການລົງທຶນ.

ທ່ານ Michael Kokalari ໃຫ້ຮູ້ວ່າ: “ລັດຖະບານໄດ້ວາງຈຸດສຸມໃຫຍ່ເຂົ້າພື້ນຖານໂຄງລ່າງ. ຄວາມໄວໃນການປ່ອຍເງິນລົງທຶນປີ 2025 ສູງທີ່ສຸດ ແຕ່ຍັງບໍ່ທັນສົ່ງຜົນສະທ້ອນຢ່າງແຮງຍ້ອນມີຄວາມຊັກຊ້ານັບແຕ່ຕອນປ່ອຍເງິນຕະຫຼອດຮອດເວລາເຊື່ອມເຂົ້າພື້ນຖານເສດຖະກິດ. ພວກຂ້າພະເຈົ້າ ຫວັງວ່າ ເສດຖະກິດຫວຽດນາມ ຈະແຂງແຮງທີ່ສຸດໃນປີ 2026”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ