ປີ 2025 - ຂີດໝາຍສຳຄັນໃນການຮ່ວມມືຫວຽດນາມ - ລັດເຊຍ
ກປ.ອອນໄລ - ວັນທີ 29 ທັນວາ, ທີ່ກອງປະຊຸມຂ່າວກ່ຽວກັບໝາກຜົນການຮ່ວມມືລະຫວ່າງລັດເຊຍ - ຫວຽດນາມ ໃນປີ 2025, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ ເນັ້ນໜັກວ່າ ປີ 2025 ໄດ້ສ້າງຂີດໝາຍສໍາຄັນໃນປະຫວັດສາດຂອງແຕ່ລະປະເທດ ກໍ່ຄືໃນການພົວພັນສອງຝ່າຍ ເຊັ່ນ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລັດເຊຍ; ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ; ການປະຕິວັດເດືອນສິງຫາ ແລະວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ; ວັນໄຊຊະນະໃນສົງຄາມປ້ອງກັນປິຕິພູມທີ່ຍິ່ງໃຫຍ່ຂອງສະຫະພັນລັດເຊຍ ຄົບຮອບ 80 ປີ...
    |
 |
|
ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມຂ່າວ. ພາບ: ຫວຽດດຶກ. |
ໃນປີຜ່ານມາ, ຫຼາຍຖ້ຽວບິນຈາກບັນດານະຄອນໃນທົ່ວປະເທດຂອງລັດເຊຍ ໄປຍັງນະຄອນໃຫຍ່ຂອງຫວຽດນາມ ເຊັ່ນ: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ຍາຈາງ ໄດ້ຮັບການເຊື່ອມຕໍ່, ປະກອບສ່ວນຊຸກຍູ້ຈຳນວນນັກທ່ອງທ່ຽວລັດເຊຍ ມາທ່ຽວຫວຽດນາມ ເພີ່ມຂຶ້ນ. ໃນ 10 ເດືອນ ປີ 2025 ຮັບຮູ້ຈຳນວນນັກທ່ອງທ່ຽວລັດເຊຍ ມາທ່ຽວຫວຽດນາມ ບັນລຸກວ່າ 500.000 ເທື່ອຄົນ, ເພີ່ມຂຶ້ນກວ່າ 280% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າຕົວເລກນີ້ຂອງໝົດປີ 2025 ຈະລື່ນກາຍລະດັບສະຖິຕິໃນປີ 2019, ກ່ອນທີ່ໂລກລະບາດໂຄວິດ-19 ແຜ່ລະບາດ.
    |
 |
|
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: ຫວຽດດຶກ. |
ທ່ານ Gennady Stepanovich Bezdetko ໃຫ້ຮູ້ວ່າ, ຕາມຕົວເລກສະຖິຕິຂອງຫວຽດນາມ, ປີ 2025, ວົງເງິນການຄ້າສອງຝ່າຍສືບຕໍ່ເຕີບໂຕຢ່າງຕັ້ງໜ້າ. ໃນ 11 ເດືອນຂອງປີ 2025, ລວມຍອດວົງເງິນການຄ້າສອງຝ່າຍຄາດວ່າບັນລຸປະມານ 4,3 ຕື້ໂດລາສະຫະລັດ, ໃນນັ້ນ ການສົ່ງອອກຂອງລັດເຊຍ ບັນລຸ 2,24 ຕື້ໂດລາສະຫະລັດ, ການນຳເຂົ້າບັນລຸ 2,06 ຕື້ໂດລາສະຫະລັດ. ທ່ານເອກອັກຄະລັດຖະທູດລັດເຊຍ ເນັ້ນໜັກວ່າ: “ຂ້າພະເຈົ້າ ເຊື່ອໝັ້ນວ່າການຂຸດຄົ້ນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນເສດຖະກິດອາຊີ-ເອີລົບ (EAEU) ຢ່າງມີປະສິດທິຜົນຈະຊ່ວຍບັນລຸໄດ້ບັນດາໝາກຜົນສູງກວ່ານີ້ອີກ”.
ໂດຍ: ໄຊຊະນະ