ຫວຽດນາມ ກຳນົດທີ່ຕັ້ງເປັນສູນກາງເສດຖະກິດສຳຄັນຂອງອາຊີຕາເວັນອອກສ່ຽງໃຕ້
ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດເດັ່ນກ່ຽວກັບການເຕີບໂຕຂອງພາກພື້ນຍ້ອນມີການປະຕິຮູບອຸດສາຫະກຳ, ການເພີ່ມລະດັບຄວາມໄວໃນການລົງທຶນພື້ນຖານໂຄງລ່າງ ແລະເດີນຕາມຮູບແບບພັດທະນາແບບຍືນຍົງ.
    |
 |
|
ພາບໜ້າຈໍບົດຂຽນໄດ້ເອົາລົງໃນໜັງສືພິມ The Nation. |
ໜັງສືພິມ The Nation (ໄທ) ສະບັບອອກວັນທີ 28 ທັນວາ ໄດ້ລົງບົດຂຽນ “Vietnam positions itself as a key Southeast Asian economic hub” (ຫວຽດນາມ ກຳນົດທີ່ຕັ້ງເປັນສູນກາງເສດຖະກິດສຳຄັນຂອງອາຊີຕາເວັນອອກສ່ຽງໃຕ້), ໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດເດັ່ນກ່ຽວກັບການເຕີບໂຕຂອງພາກພື້ນຍ້ອນມີການປະຕິຮູບອຸດສາຫະກຳ, ການເພີ່ມລະດັບຄວາມໄວໃນການລົງທຶນພື້ນຖານໂຄງລ່າງ ແລະເດີນຕາມຮູບແບບພັດທະນາແບບຍືນຍົງ. ຕາມບົດຂຽນແລ້ວ, ປັດຈຸບັນນີ້ ຫວຽດນາມ ນອນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕໄວທີ່ສຸດໃນອາຊຽນ. ບົດຂຽນໄດ້ຄັດສະເໜີຂໍ້ມູນຈາກຫ້ອງການຄ້າ ແລະອຸດສາຫະກຳ ໄທ ປະຈຳ ຫວຽດນາມ, ຍອດຜະລິດຕະພັນພາຍໃນປະເທດ (GDP) 9 ເດືອນຕົ້ນປີ 2025, ເພີ່ມຂຶ້ນ 7,85%, ສະແດງໃຫ້ເຫັນທ່ວງທ່າຟື້ນຟູແບບຍືນຍົງໃນສະພາບການເສດຖະກິດພາກພື້ນພວມຢຸດໄວ້. ບົດຂຽນຍັງຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ນອນໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕໄວສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນ 5 ປີຈະມາເຖິງ. ຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ສະເລ່ຍບັນລຸ 10% ຕໍ່ປີ ໃນໄລຍະ 2026 - 2030, ມຸ່ງໄປເຖິງກາຍເປັນປະເທດມີລາຍຮັບສູງໃນປີ 2045. GDP ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ຄາດວ່າຈະເພີ່ມຂຶ້ນຈາກລະດັບເກືອບ 5.000 ໂດລາສະຫະລັດ ໃນປີ 2024 ຂຶ້ນເປັນ 8.500 ໂດລາສະຫະລັດ ໃນປີ 2030.
ໜັງສືພິມ The Nation ໃຫ້ຂໍ້ສັງເກດວ່າ ດ້ວຍຈຳນວນປະຊາກອນຫຼາຍ, ຄວາມຕ້ອງການພາຍໃນປະເທດເພີ່ມຂຶ້ນຢ່າງວ່ອງໄວ, ການປະຕິຮູບລະບຽບການບໍລິຫານໄດ້ຮັບການຊຸກຍູ້ຢ່າງເລິກເຊິ່ງກວ້າງຂວາງ ແລະກະແສທຶນ FDI ຮັກສາໄວ້ຢ່າງຕັ້ງໜ້າ, ຫວຽດນາມ ພວມນັບມື້ນັບພົ້ນເດັ່ນຂຶ້ນຄືດັ່ງສູນກາງເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງອາຊີຕາເວັນອອກສ່ຽງໃຕ້.
ແຫຼ່ງຄັດຈາກ: vovworld.vn