ເຊື່ອມຕໍ່, ຊອກຫາມາດຕະການພັດທະນາການທ່ອງທ່ຽວ ຫວຽດນາມ - ອິນເດຍ
ວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ສະຖານທູດອິນເດຍ ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາປະຕິສຳພັນການທ່ອງທ່ຽວອິນເດຍ.
ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຮັບຮູ້ລະດັບການເຕີບໂຕທີ່ປະທັບໃຈຂອງຕະຫຼາດແຂກທ່ອງທ່ຽວອິນເດຍ, ດ້ວຍຈຳນວນ 507.000 ເທື່ອຄົນ ໃນປີ 2024, ເກືອບ 656.000 ເທື່ອຄົນໃນ 11 ເດືອນຂອງປີ 2025. ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຈຸດນັດພົບທີ່ເໝາະສົມ ດ້ວຍຫຼາຍຮູບແບບການທ່ອງທ່ຽວ, ຄື: ທ່ອງທ່ຽວແຕ່ງງານ, ຜັກຜ່ອນຕາກອາກາດ, MICE… ພື້ນຖານໂຄງລ່າງ ແລະ ການບໍລິການຂອງຫວຽດນາມ ນັບມື້ນັບໄດ້ຮັບການຮັບຮູ້ຈາກຕະຫຼາດອິນເດຍ, ໃນນັ້ນມີຮ້ານອາຫານອິນເດຍ ຫຼາຍຮ້ານຢູ່ຮ່າໂນ້ຍ, ຮະລອງ (ກວາງນິງ), ດ່ານັ້ງ, ແຄງຮ່ວາ, ນະຄອນໂຮ່ຈິມິນ…, ເຊິ່ງໄດ້ປະກອບສ່ວນເພີ່ມກຳລັງດຶງດູດສຳລັບແຂກທ່ອງທ່ຽວອິນເດຍ.
    |
 |
|
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນອາຍຸການປະຕິບັດງານ ຢູ່ຫວຽດນາມ, ທ່ານ Tshering W. Sherpa, ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ປາດຖະໜາຢາກເພີ່ມທະວີການແລກປ່ຽນກັບວິສາຫະກິດທ່ອງທ່ຽວຫວຽດນາມ - ເຊິ່ງແມ່ນບັນດາ “ທູດເຊື່ອມຕໍ່ການທ່ອງທ່ຽວ” ລະຫວ່າງສອງປະເທດ ເພື່ອພ້ອມກັນຊອກຫາມາດຕະການແກ້ໄຂເພື່ອພັດທະນາການທ່ອງທ່ຽວ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ