ປີ 2025 ການສົ່ງອອກປາປຶ່ງຂອງຫວຽດນາມ ຄາດວ່າບັນລຸກວ່າ 2,1 ຕື້ໂດລາສະຫະລັດ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ໃນປີນີ້, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳບັນລຸໝາກຜົນ ແມ່ນກວ່າ 70 ຕື້ໂດລາສະຫະລັດ.
    |
 |
|
ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ຕອນບ່າຍວັນທີ 29 ທັນວາ, ຢູ່ນະຄອນເກິ່ນເທີ, ກະຊວງກະສິກຳ ແລະສິ່ງແວດລ້ອມ ໄດ້ຈັດຕັ້ງກອງປະຊຸມ “ສະຫຼຸບທົ່ວຂະແໜງປາປື່ງ ໃນປີ 2025 ແລະໜ້າທີ່ຈຸດສຸມຈຳນວນໜຶ່ງໃນປີ 2026”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ໃຫ້ຮູ້ວ່າ ໃນປີນີ້, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳບັນລຸໝາກຜົນແມ່ນກວ່າ 70 ຕື້ໂດລາສະຫະລັດ. ເພື່ອໃຫ້ການເຕີບໂຕຫຼາຍກວ່າອີກ, ຂະແໜງກະສິກຳ ພິເສດແມ່ນສິນໃນນ້ຳຕ້ອງປ່ຽນແປງວິທີການຜະລິດ, ເກັບກ່ຽວ, ປຸງແຕ່ງ, ພັດທະນາຕະຫຼາດ ແລະຍູ້ແຮງການຫັນເປັນດີຈີຕອນ… ທ່ານ ໃຫ້ຮູ້ວ່າ:
ປີນີ້, ການສົ່ງອອກສິນໃນນ້ຳບັນລຸກວ່າ 11,3 ຕື້ໂດລາສະຫະລັດ, ຂະແໜງສິນໃນນ້ຳຂອງພວກເຮົາບັນລຸໄດ້ຜົນງານຄືດັ່ງກ່າວໃນສະພາບຄວາມຫຍຸ້ງຍາກລວມຂອງໂລກ, ນັ້ນແມ່ນສິ່ງເປັນໜ້າຊື່ນຊົມ, ເປັນໜ້ານັບຖືທີ່ສຸດ. ຍ້ອນການສົ່ງອອກສິນໃນນ້ຳໄປຍັງອາເມລິກາ ບັນລຸກວ່າ 1,8 ຕື້ໂດລາສະຫະລັດ ໃນນັ້ນ: ກຸ້ງບັນລຸກວ່າ 800 ລ້ານໂດລາສະຫະລັດ, ປາທູນາບັນລຸກວ່າ 300 ລ້ານໂດລາສະຫະລັດ ແລະປາປື່ງບັນລຸກວ່າ 300 ລ້ານໂດລາສະຫະລັດ.
ແຫຼ່ງຄັດຈາກ: vovworld.vn