leftcenterrightdel
ຄະນະຈັດຕັ້ງ ມອບປີ້ຍົນ, ປີ້ລົດເມໃຫ້ແກ່ຜູ້ອອກແຮງງານໃນລາຍການ “ນຳເອົາບຸນເຕັດກັບຄືນບ້ານ” ປີ 2025. ພາບ: ຮົ່ງຢາງ

ເປົ້າໝາຍບຸລິມະສິດ ໄດ້ເລືອກເຟັ້ນແມ່ນບັນດາຄອບຄົວທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ, ພາຍຸ, ນໍ້າຖ້ວມ; ທີ່ມີການຢັ້ງຢືນວ່າແມ່ນຄອບຄົວທຸກຍາກ, ໃກ້ທຸກຍາກ; ທີ່ມີການຢັ້ງຢືນວ່າແມ່ນຍັງບໍ່ທັນກັບບ້ານຕ້ອນຮັບບຸນປີໃໝ່ ເປັນເວລາຫຼາຍກວ່າສາມປີ. ຄະນະຈັດຕັ້ງຈະມອບປີ້ລົດເມ 4.200 ກວ່າໃບ, ດ້ວຍ 94 ຖ້ຽວທີ່ອອກເດີນທາງແຕ່ວັນທີ 5 - 11 ກຸມພາ 2026 ຈາກນະຄອນໂຮ່ຈີມິນ ແລະດົ່ງນາຍ ໄປຍັງບັນດາແຂວງ, ນະຄອນ, ຄື: ດັ໊ກລັ໊ກ, ຢາລາຍ, ກວ໋າງຫງ໋າຍ, ດ່າໜັງ, ເຫວ້, ກວ໋າງຈິ້, ຮ່າຕິ້ງ, ເງະອານ.

ເປົ້າໝາຍທີ່ມີຄວາມຕ້ອງການລົງທະບຽນທີ່ເວັບໄຊ: mangtetvenha.doanthanhnien.vn; ຫຼື ລົງທະບຽນໂດຍກົງຢູ່ຫ້ອງການຂອງສູນໜູນຊ່ວຍຊາວໜຸ່ມ, ກຳມະກອນນະຄອນໂຮ່ຈີມິນ, ຫໍວັດທະນະທຳຊາວໜຸ່ມບ່າເຣ້ຍ-ຫວູງເຕົ່າ, ສູນການເຄື່ອນໄຫວຊາວໜຸ່ມບິ່ງເຢືອງ ແລະຄະນະຊາວໜຸ່ມແຂວງດົ່ງນາຍ ຮອດວັນທີ 12 ມັງກອນ 2026.

ໂດຍ: ເຈິ່ນຮວ່ຽນ