leftcenterrightdel
ພາບປະກອບ: baochinhphu.vn

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊັນໂທລະເລກທາງການວັນທີ 28 ທັນວາ 2025 ກ່ຽວກັບການມອບຂອງຂວັນຂອງພັກ-ລັດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກ ແລະປີໃໝ່ 2026 ໃຫ້ແກ່ຄົນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ໄດ້ຮັບການຊ່ວຍເຫຼືອສັງຄົມ, ຜູ້ທີ່ໄດ້ຮັບເງິນບຳນານ ແລະຜູ້ດ້ອຍໂອກາດອື່ນໆ..

ມະຕິຂອງລັດຖະບານ ສະເໜີຜູ້ໄດ້ຮັບຂອງຂວັນຈາກພັກ-ລັດ ແມ່ນ: ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຕາມລະບຽບການຢູ່ໃນດຳລັດເລກທີ 20/2021/NĐ-CP ວັນທີ 15 ມີນາ 2021 ຂອງລັດຖະບານ. ຜູ້ທີ່ໄດ້ຮັບເງິນບໍານານຕາມກໍານົດໃນດຳລັດ ເລກທີ 176/2025/NĐ-CP ວັນທີ 30 ມິຖຸນາ 2025 ຂອງລັດຖະບານ; ລວມທັງບັນດາເດັກກຳພ້າ, ບໍ່ມີບ່ອນເພິ່ງອາໃສ ຫຼືິ ຢູ່ໃນສູນເດັກກຳພ້າດ້ວຍ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ