ທ່ານພົນໂທ ເຈືອງທຽນໂຕ ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງເຮືອນຣົງວັດທະນະທໍາຕາແສງ Ia Dom, ແຂວງຢາລາຍ
ກປ.ອອນໄລ - ຕອນບ່າຍວັນທີ 28 ທັນວາ, ຢູ່ບ້ານມອກແດນ 1, ຕາແສງ Ia Dom, ແຂວງຢາລາຍ, ກອງບັນຊາການແມ່ທັບນ້ອຍ 15 ໄດ້ຈັດພິທີວາງສີລາລຶກກໍ່ສ້າງເຮືອນຣົງວັດທະນະທໍາຕາແສງ Ia Dom. ທ່ານພົນໂທ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງ ເຂົ້າຮ່ວມ ແລະຊີ້ນໍາພິທີ.
    |
 |
|
ທ່ານພົນໂທ ເຈືອງທຽນໂຕ ຮອງຫົວໜ້າກົມໃຫຍ່ການເມືອງ ແລະບັນດາຜູ້ແທນເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງເຮືອນຣົງວັດທະນະທໍາຕາແສງ Ia Dom. ພາບ: qdnd.vn |
ເຮືອນຣົງວັດທະນະທໍາຕາແສງ Ia Dom ແມ່ນໜຶ່ງໃນຈໍານວນ 9 ເຮືອນຣົງວັດທະນະທໍາ ໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຊີ້ນໍາແມ່ທັບນ້ອຍ 15 ແລະບັນດາອົງການ, ກົມກອງກອງທັບ ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ກໍ່ສ້າງຢູ່ສອງແຂວງຢາລາຍ ແລະກວ໋າງງາຍ ດ້ວຍຈຳນວນເງິນລົງທຶນທັງໝົດປະມານ 20 ຕື້ດົ່ງ...
    |
 |
|
ທ່ານພົນໂທ ເຈືອງທຽນໂຕ ຮອງຫົວໜ້າກົມໃຫຍ່ການເມືອງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn |
ກ່າວຄໍາເຫັນຊີ້ນໍາ, ທ່ານພົນໂທ ເຈືອງທຽນໂຕ ເນັ້ນໜັກວ່າ ໂຄງການມີຄວາມໝາຍທາງດ້ານການເມືອງ, ວັດທະນະທຳ ແລະສັງຄົມອັນເລິກເຊິ່ງ; ເປັນສັນຍາລັກອັນມີຊີວິດຊີວາແຫ່ງນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຂອງຊີວິດວັດທະນະທຳປະຊາຄົມບັນດາເຜົ່າໄຕງວຽນ; ພ້ອມທັງສະແດງໃຫ້ເຫັນຄວາມຮັບຜິດຊອບ, ອາລົມຈິດຄວາມຮັກແພງ ແລະຄວາມຜູກພັນອັນເລິກເຊິ່ງຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນບັນດາເຜົ່າໄຕງວຽນ ເວົ້າລວມ, ປະຊາຊົນຕາແສງ Ia Dom ເວົ້າສະເພາະ; ປະກອບສ່ວນອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດໄຕງວຽນ ວິລະຊົນ; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຕໍ່ກັບພັກ, ລັດ ແລະກອງທັບ.
    |
 |
|
ທ່ານພົນໂທ ເຈືອງທຽນໂຕ ມອບຂອງຂວັນໃຫ້ປະຊາຊົນ. ພາບ: qdnd.vn |
    |
 |
|
ທ່ານ ອີວິງເຕີ ຮອງລັດຖະມົນຕີກະຊວງຊົນເຜົ່າ ແລະສາສະໜາ ແລະທ່ານພົນໂທ ເຈືອງທຽນໂຕ ມອບຂອງຂວັນໃຫ້ປະຊາຊົນ. ພາບ: qdnd.vn |
ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ຮຽກຮ້ອງໃຫ້ແມ່ທັບນ້ອຍ 15 ແລະບັນດາອົງການ, ກົມກອງຜັນຂະຫຍາຍປະຕິບັດການກໍ່ສ້າງຕາມແຜນນະໂຍບາຍ, ຖືກເປົ້າໝາຍ, ຮັບປະກັນຄຸນນະພາບ ແລະຄວາມຄືບໜ້າຂອງໂຄງການ; ເດັດຂາດບໍ່ໃຫ້ແລ່ນໄປຕາມຄວາມຄືບໜ້າ ຖືເບົ່າຄຸນນະພາບໂຄງການ. ວຽກງານອອກແບບ, ກໍ່ສ້າງຕ້ອງສອດຄ່ອງກັບສີສັນວັດທະນະທຳ, ຮີດຄອງປະເພນີ, ຄວາມເຊື່ອຖືຂອງປະຊາຊົນບັນດາເຜົ່າທ້ອງຖິ່ນ, ມີຄວາມກົມກຽວລະຫວ່າງບັນດາຄຸນຄ່າພື້ນເມືອງ ແລະຄວາມຮຽກຮ້ອງຕ້ອງການນຳໃຊ້ຢ່າງຍືນຍົງ ແລະຍາວນານ. ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາຫົວໜ່ວຍກໍ່ສ້າງກັບຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ; ເສີມຂະຫຍາຍບົດບາດຕິດຕາມກວດກາຂອງຊຸມຊົນ; ຄຸ້ມຄອງ, ນຳໃຊ້ບັນດາແຫຼ່ງກໍາລັງຢ່າງມີປະສິດທິຜົນ, ໂປ່ງໃສ, ສະກັດກັ້ນ ແລະຕ້ານການຟຸມເຟືອຍ, ປະກົດການຫຍໍ້ທໍ້. ໃນການກໍ່ສ້າງ, ຕ້ອງປະຕິບັດວຽກງານຊົນຂວາຍປະຊາຊົນໃຫ້ເປັນຢ່າງດີ, ຕິດພັນກັບການປະຕິບັດນະໂຍບາຍສະຫວັດດີການສັງຄົມໃນບໍລິເວນ, ເຄົາລົບນັບຖືຮີດຄອງປະເພນີຂອງປະຊາຊົນ. ປະຕິບັດເຂັ້ມງວດລະບຽບວິໄນກອງທັບ, ລະບຽບວິໄນການກໍ່ສ້າງ; ເປັນເຈົ້າການຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ຮັບປະກັນຄວາມປອດໄພໃຫ້ແກ່ບຸກຄະລາກອນ, ພາຫະນະ ແລະໂຄງການຢ່າງເດັດຂາດ.
    |
 |
|
ບັນດາຜູ້ແທນ ປະຕິບັດພິທີວາງສີລາລຶກກໍ່ສ້າງເຮືອນຣົງວັດທະນະທໍາຕາແສງ Ia Dom. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນໂທ ເຈືອງທຽນໂຕ ຮອງຫົວໜ້າກົມໃຫຍ່ການເມືອງ ແລະການນຳບັນດາກົມກອງ ໄດ້ມອບຂອງຂວັນໃຫ້ເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງ ແລະປະຊາຊົນໃນບໍລິເວນຕາແສງ Ia Dom.
ໂດຍ: ໄຊຊະນະ