leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄປກວດກາ, ລະດົມກຳລັງໃຈ, ຊີ້ນຳການຜັນຂະຫຍາຍໂຄງການພື້ນຖານໂຄງລ່າງຂອງແຂວງກ່າເມົາ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຕີລາຄາບັນດາໂຄງການກໍ່ສ້າງທີ່ມີເງື່ອນໄຂຫຍຸ້ງຍາກ, ສັບສົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ລະດົມກຳລັງ, ພາຫະນະ; ນຳໃຊ້ບັນດາມາດຕະການກໍ່ສ້າງ ແລະ ເຕັກໂນໂລຊີທີ່ກ້າວໜ້າ; ຜັນຂະຫຍາຍບັນດາໂຄງການຢູ່ທະເລ ແລະ ທາງບົກໄປພ້ອມດຽວກັນ.

“ພວກຂ້າພະເຈົ້າໄດ້ໄປສຳຫຼວດດ້ວຍເຮືອບິນ ກຳນົດທີ່ຕັ້ງຂອງເສັ້ນທາງໄປ, ເສັ້ນທາງທີ່ອອກແບບ... ສະເໜີກໍ່ສ້າງຂົວຕື່ມອີກ. ຂົວແຫ່ງນີ້ຕ້ອງແມ່ນຜະລິດຕະພັນທ່ອງທ່ຽວ, ເພີ່ມສະຖານທີ່ພັກຜ່ອນໃນເສັ້ນທາງພາໄປເຖິງເຂດເກາະ; ມີສະຖານທີ່ພັກຜ່ອນເພື່ອໃຫ້ປະຊາຊົນເມື່ອໄປທ່ອງທ່ຽວຈະມີຈຸດຢຸດຖ່າຍຮູບ. ການອອກແບບເສັ້ນທາງຈາກ ເດີດມຸ້ຍ ໄປເກາະຮ່ວນຄວາຍ ແມ່ນຜະລິດຕະພັນທ່ອງທ່ຽວ”.

ສຳລັບໂຄງການເສັ້ນທາງຄວາມໄວສູງຕອນ ເຮົ້າຢາງ - ກ່າເມົາ, ທ່ານນາຍົກລັດຖະມົນຕີ ສະເໜີກະຊວງກໍ່ສ້າງ ຊີ້ນຳເຈົ້າຂອງລົງທຶນ, ນັກປະມູນຍູ້ແຮງການກໍ່ສ້າງ ເພື່ອໃຫ້ກໍ່ສ້າງສຳເລັດກ່ອນວັນທີ 31 ມັງກອນ 2026, ເຊື່ອມຕໍ່ເສັ້ນທາງຄວາມໄວສູງຈາກ ກາວບັ່ງ ໄປຮອດ ກ່າເມົາ, ຕໍ່ຈາກນັ້ນແມ່ນທາງເຊື່ອມຕໍ່ແຕ່ ເດີດມຸ້ຍ ໄປເກາະ ຮ່ອນຄວາຍ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ