leftcenterrightdel
ຄະນະປະຕິບັດງານຂອງກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ. ພາບ: ICD

ໃນຂອບເຂດກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 30 (COP30) ຢູ່ Belém, ບຣາຊິນ, ວັນທີ 18 ພະຈິກ, ຫວຽດນາມ ໄດ້ເຂົ້າເປັນສະມາຊິກທາງການຂອງ “ສະຫະພັນບັນດາປະເທດນຳໜ້າໃນການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ” (ACF).

ກ່າວຄຳເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີຂອງສະຫະພັນ, ທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ ເລື່ອງເຂົ້າຮ່ວມ ACF ໄດ້ຊ່ວຍຊຸກຍູ້ນະວັດຕະກຳ, ລະດົມການໜູນຊ່ວຍດ້ານເຕັກນິກ ແລະແຫຼ່ງກຳລັງການເງິນໃຫ້ແກ່ຂະແໜງກະສິກຳ, ພ້ອມກັນນັ້ນ, ກໍ່ໄດ້ສ້າງໂອກາດ ເພື່ອໃຫ້ຫວຽດນາມ ແບ່ງປັນບົດຮຽນຂອງຕົນ ແລະຮ່ຳຮຽນເອົາບົດຮຽນຈາກບັນດາສະມາຊິກອື່ນໃນວິວັດການຫັນປ່ຽນລະບົບກະສິກຳ ແລະທັນຍາຫານ, ສະບຽບອາຫານ.

ບັນດາຫຼັກການຕົ້ນຕໍຂອງສະຫະພັນ ແມ່ນຮັບປະກັນວິວັດການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ ເພື່ອນຳມາເຊິ່ງການປ່ຽນແປງທີ່ຕັ້ງໜ້າ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ