ຫວຽດນາມ ເປັນສະຖານທີ່ລົງທຶນທີ່ພົ້ນເດັ່ນໃນການຫັນປ່ຽນການລົງທຶນໃນທົ່ວໂລກ
ຕາມໜັງສືພິມ Business Times ແລະ Financial Content ແລ້ວ, ການກະທຳດັ່ງກ່າວ ບໍ່ພຽງແຕ່ປັບປຸງຄວາມໄວ້ວາງໃຈຂອງຫວຽດນາມ ໃນແຜນທີ່ການເງິນສາກົນເທົ່ານັ້ນ ຫາກຍັງສາມາດດຶງດູດກະແສທຶນແຕ່ 3,4 ຫາ 10 ຕື້ໂດລາສະຫະລັດ ໃນໄລຍະສັ້ນ. ຈາກນັ້ນ, ຫວຽດນາມ ກໍ່ເພີ່ມຖານະບົດບາດ ຄືດັ່ງສູນການເງິນທີ່ພວມໂດດເດັ່ນຂຶ້ນຂອງອາຊີຕາເວັນອອກສ່ຽງໃຕ້.
ໃນໄລຍະຜ່ານມາ, ມີຫຼາຍອົງການຈັດຕັ້ງ ແລະສື່ມວນຊົນສາກົນ ໄດ້ຕີລາຄາວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງສະຖານທີ່ມີກຳລັງດຶງດູດພິເສດສຳລັບນັກລົງທຶນຕ່າງປະເທດ, ໃນສະພາບການກະແສທຶນທົ່ວໂລກພວມຫັນປ່ຽນຢ່າງແຮງໃນພາກພື້ນອາຊີ. ບໍລິສັດ FTSE Russel, ຂຶ້ນກັບກຸ່ມບໍລິສັດທຸລະກຳຫຼັກຊັບລອນດອນ, ອັງກິດ ໄດ້ຍົກຕະຫຼາດຫຼັກຊັບຫວຽດນາມ ຂຶ້ນເປັນ “ຕະຫຼາດຫາກໍ່ພົ້ນເດັ່ນຂັ້ນສອງ”. ຕາມໜັງສືພິມ Business Times ແລະ Financial Content ແລ້ວ, ການກະທຳດັ່ງກ່າວບໍ່ພຽງແຕ່ປັບປຸງຄວາມໄວ້ວາງໃຈຂອງຫວຽດນາມ ໃນແຜນທີ່ການເງິນສາກົນເທົ່ານັ້ນ ຫາກຍັງສາມາດດຶງດູດກະແສທຶນແຕ່ 3,4 ຫາ 10 ຕື້ໂດລາສະຫະລັດ ໃນໄລຍະສັ້ນ. ຈາກນັ້ນ, ຫວຽດນາມ ກໍ່ເພີ່ມຖານະບົດບາດຄືດັ່ງສູນການເງິນທີ່ພວມໂດດເດັ່ນຂຶ້ນຂອງອາຊີຕາເວັນອອກສ່ຽງໃຕ້.
ພິເສດ, ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດ (BCI) ຂອງ EuroCham ຮັບຮູ້ລະດັບສູງສຸດໃນ 3 ປີ, ບັນລຸ 66,5 ຄະແນນໃນໄຕມາດທີ III ປີ 2025, ສະແດງໃຫ້ເຫັນວ່າ ປະຊາຄົມວິສາຫະກິດເອີຣົບ ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນທີ່ມີແງ່ຫວັງທີ່ສຸດໃນພາກພື້ນ. ຫວຽດນາມ ຫາກໍ່ພົ້ນເດັ່ນຂຶ້ນຄືດັ່ງການເລືອກເຟັ້ນຍຸດທະສາດຍ້ອນມີກຳລັງແຮງງານເປັນມືອາຊີບ, ຄ່າແກ້ງແຍ້ງ ແລະຂອບນິຕິກຳອຳນວຍຄວາມສະດວກ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ