ດ້ວຍຄະຕິທຳ “ເຊື່ອມຕໍ່ຄວາມຮັກແພງ, ມອບຄວາມຜາສຸກ, ຮັບຮອຍຍິ້ມ”, ສະມາຄົມທີ່ພັກອາໄສຫວຽດນາມ-ເຊັກ ໄດ້ຜັນຂະຫຍາຍການເຄື່ອນໄຫວກຸສົນຫຼາຍຢ່າງເພື່ອແນໃສ່ຊ່ວຍເຫຼືອຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ສູນເດັກນ້ອຍກຳພ້າ ແລະສູນເບິ່ງແຍງດູແລຜູ້ອາຍຸສູງ ແລະຄົນພິການຢູ່ຫວຽດນາມ ແລະ ສ. ເຊັກ.

leftcenterrightdel
ສະມາຊິກຂອງສະມາຄົມທີ່ພັກອາໄສຫວຽດນາມ-ເຊັກ ທີ່ເຫດການ. ພາບ: vov.vn

ໃນປີຕໍ່ໄປ, ສະມາຄົມທີ່ພັກອາໄສຫວຽດນາມ-ເຊັກ ມີແຜນນະໂຍບາຍທີ່ຈະເປີດສະໂມສອນຜູ້ອາຍຸສູງ ຢູ່ ເຊັກ, ສືບຕໍ່ຜັນຂະຫຍາຍບັນດາໂຄງການກຸສົນ, ໂດຍສຸມໃສ່ການໜູນຊ່ວຍ, ຊ່ວຍເຫຼືອເດັກນ້ອຍກຳພ້າ, ຄອບຄົວທີ່ມີເດັກນ້ອຍພິການ ແລະປະສົບກັບຄວາມຫຍຸ້ງຍາກ. ສະມາຄົມກໍ່ມຸ່ງໄປເຖິງການປະຕິບັດໂຄງການ “ເຮືອນແຫ່ງຄວາມຜາສຸກ” ເພື່ອແນໃສ່ໜູນຊ່ວຍຄວາມຕ້ອງການດ້ານທີ່ຢູ່ອາໄສຂອງຜູ້ອາຍຸສູງທີ່ໂດດດ່ຽວ ແລະມີລາຍຮັບຕໍ່າ.

ໂດຍ: ຈາງຫງວຽນ