ຟີລິບປິນ: ພາຍຸ Kalmaegi ເຮັດໃຫ້ມີຜູ້ເສຍຊີວິດ 85 ຄົນ
ທ່ານ Ferdinand Marcos, Jr. ປະທານາທິບໍດີ ຟີລິບປິນ ໄດ້ອອກຄຳສັ່ງເປີດກວ້າງທຸກຮູບແບບການໜູນຊ່ວຍ, ກຽມພ້ອມກູ້ໄພກູ້ຊີບບັນດາເຂດຖືກຜົນສະທ້ອນ.
ຕາມສະພາຄຸ້ມຄອງ ແລະຫຼຸດຜ່ອນຄວາມສ່ຽງໄພທຳມະຊາດແຫ່ງຊາດ ຟີລິບປິນ ແລ້ວ, ໄລ່ຮອດຕອນບ່າຍວັນທີ 5 ພະຈິກ, ຈຳນວນຜູ້ເສຍຊີວິດຍ້ອນພາຍຸ Kalmaegi (ໄຄແມກິ) ຢູ່ປະເທດນີ້ ໄດ້ເພິ່ມຂຶ້ນເປັນ 85 ຄົນ, ນອກນັ້ນ ມີຢ່າງໜ້ອຍສຸດ 75 ຄົນຫາຍສາບສູນ.
ຕໍ່ກັບການຜັນແປທີ່ສັບສົນຂອງພາຍຸ Kalmaegi, ທ່ານ Ferdinand Marcos, Jr. ປະທານາທິບໍດີ ຟີລິບປິນ ໄດ້ອອກຄຳສັ່ງເປີດກວ້າງທຸກຮູບແບບການໜູນຊ່ວຍ, ກຽມພ້ອມກູ້ໄພກູ້ຊີບບັນດາເຂດຖືກຜົນສະທ້ອນ. ວັນທີ 5 ພະຈິກ, ກຳລັງຕຳຫຼວດໄດ້ຊີ້ນຳໃຫ້ທຸກກົມກອງ ແລະ ຫ້ອງການຕຳຫຼວດຢູ່ເຂດຖືກຜົນສະທ້ອນຈາກພາຍຸ, ເພີ່ມທະວີການເຄື່ອນໄຫວຊອກຫາ ແລະກູ້ໄພກູ້ຊີບ. ໃນຂະນະນັ້ນ, ກອງທັບ ຟີລິບປິນ ກໍ່ໄດ້ຈັດສົ່ງທະຫານບົກ ແລະລົດຂົນສົ່ງທະຫານໄປຍັງບັນດາເຂດທີ່ີຖືກຜົນສະທ້ອນຢ່າງໜັກໜ່ວງ ເພື່ອໜູນຊ່ວຍບັນດາເຂດດັ່ງກ່າວ.
ແຫຼ່ງຄັດຈາກ: vovworld.vn