ກອງປະຊຸມສໍາມະນາແຫ່ງຊາດກ່ຽວກັບທະເລຕາເວັນອອກ ປີ 2025
ກປ.ອອນໄລ - ຢູ່ນອກກອງປະຊຸມສໍາມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 17, ໃນວັນທີ 5 ພະຈິກ, ຢູ່ດ່ານັງ, ສະຖາບັນການທູດ ໄດ້ສົມທົບກັບກົມທະເລ ແລະໝູ່ເກາະຫວຽດນາມ, ກະຊວງກະສິກຳ ແລະສິ່ງແວດລ້ອມ ແລະພະແນກການຕ່າງປະເທດ, ຄະນະກຳມະການປະຊາຊົນນະຄອນດ່ານັງ ຈັດຕັ້ງກອງປະຊຸມສໍາມະນາແຫ່ງຊາດກ່ຽວກັບທະເລຕາເວັນອອກ ປີ 2025 ດ້ວຍຫົວຂໍ້ວ່າ "ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ: ກໍາລັງໜູນຊຸກຍູ້ການພັດທະນາສີຂຽວ, ຍືນຍົງ".
ກອງປະຊຸມສໍາມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ພາຍໃນ ແລະຕ່າງປະເທດເປັນຈໍານວນຫຼວງຫຼາຍ, ພ້ອມກັບຜູ້ຕາງໜ້າຂອງບາງກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຄົ້ນຄວ້າ, ມະຫາວິທະຍາໄລ, ສະມາຄົມວິຊາຊີບ ແລະຜູ້ຕາງໜ້າຂອງຄະນະຜູ້ແທນການທູດ ປະຈຳຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ຄວາມຮູ້, ແບ່ງປັນປະສົບການພັດທະນາ, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີທາງທະເລ.
    |
 |
|
ຜູ້ແທນແລກປ່ຽນທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ກອງປະຊຸມສໍາມະນາໄດ້ປຶກສາຫາລື, ແບ່ງປັນ ແລະເນັ້ນໜັກເຖິງຄວາມຕ້ອງການເພີ່ມທະວີປັບປຸງການຮ່ວມມືວິທະຍາສາດເຕັກໂນໂລຊີ ເພື່ອຊຸກຍູ້ການພັດທະນາທາງທະເລແບບຍືນຍົງ; ວິທີການຊຸກຍູ້ການທູດດ້ານເຕັກໂນໂລຊີ, ຍົກສູງບົດບາດຂອງຂະແໜງການທູດເພື່ອຮັບໃຊ້ຄວາມຕ້ອງການຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍມະຕິ ເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແຫ່ງຊາດຢ່າງມີປະສິດທິຜົນ; ມະຕິເລກທີ 59-NQ/TW ລົງວັນທີ 24 ມັງກອນ 2025 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.
ໂດຍ: ຈາງຫງວຽນ