ນະຄອນໂຮ່ຈີມິນ ແມ່ນຕະຫຼາດລົງທຶນທີ່ໃຫຍ່ທີ່ສຸດຂອງໄທ ທີ່ຫວຽດນາມ
ຕອນບ່າຍວັນທີ 3 ພະຈິກ, ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດແຫ່ງລາຊະອານາຈັກໄທ ປະຈໍາ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນວິສາຫະກິດໄທ ພວມເຄື່ອນໄຫວຢູ່ຫວຽດນາມ.
    |
 |
|
ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດແຫ່ງລາຊະອານາຈັກໄທ ປະຈຳ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນວິສາຫະກິດໄທ ພວມເຄື່ອນໄຫວຢູ່ຫວຽດນາມ. ພາບ: baochinhphu.vn |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ Urawadee Sriphiromya ໄດ້ສະແດງຄວາມຂອບໃຈຕໍ່ການນຳນະຄອນທີ່ໄດ້ສົ່ງຜູ້ຕາງໜ້າໄປສະແດງຄວາມເສົ້າສະຫຼົດໃຈທີ່ສະຖານກົງສູນໃຫຍ່ ໄທ ຕໍ່ການສະຫວັນນະຄົດຂອງພະລາຊິນີ Sirikit, ພ້ອມທັງສົ່ງຄຳຂອບໃຈມາຍັງອຳນາດການປົກຄອງນະຄອນໂຮ່ຈີມິນ ທີ່ໄດ້ເອົາໃຈໃສ່, ສະໜັບສະໜູນປະຊາຄົມວິສາຫະກິດໄທ ໃນໄລຍະຜ່ານມາ.
ທ່ານນາງ Urawadee Sriphiromya ໃຫ້ຮູ້ວ່າ ພາຍຫຼັງຂະຫຍາຍເຂດແດນບໍລິຫານ, ນະຄອນໂຮ່ຈີມິນ ໄດ້ກາຍເປັນບໍລິເວນທີ່ມີປະຊາກອນ ແລະຕະຫຼາດລົງທຶນໃຫຍ່ທີ່ສຸດຂອງປະເທດໄທ ຢູ່ຫວຽດນາມ, ດ້ວຍການປະກົດຕົວຂອງຫຼາຍກຸ່ມບໍລິສັດແຖວໜ້າ...
ທ່ານນາງ Urawadee Sriphiromya ແບ່ງປັນວ່າ “ບັນດາວິສາຫະກິດໄທເຫັນວ່າການລົງທຶນຢູ່ນະຄອນໂຮ່ຈີມິນ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ - ພິເສດແມ່ນໃນຂະແໜງການບໍລິການລະດັບສູງ, logistics ແລະການແພດ. ກຸ່ມບໍລິສັດຂາຍຍ່ອຍຂະໜາດໃຫຍ່ຂອງໄທ ກໍ່ພວມເຮັດວຽກກັບນະຄອນ ເພື່ອກໍ່ສ້າງສູນການຄ້າຂັ້ນສູງໃໝ່”.
ທ່ານນາງເອກອັກຄະລັດຖະທູດ ເນັ້ນໜັກວ່າ ປີ 2026 ຈະເປັນຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ໄທ, ເຊິ່ງເປັນຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ສອງປະເທດກຳລັງດຳເນີນບາດກ້າວ ເພື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ດ້ວຍສາມເສົາຄ້ຳຮ່ວມມືຈຸດສຸມ ຄື: ການເຊື່ອມຕໍ່ດ້ານເສດຖະກິດ-ການເຊື່ອມຕໍ່ພື້ນຖານໂຄງລ່າງ - ການເຊື່ອມຕໍ່ມະນຸດ.
    |
 |
|
ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍການນຳຂອງກຸ່ມບໍລິສັດ Amata. ພາບ: baochinhphu.vn |
Amata ສະເໜີລົງທຶນເຂດອຸດສາຫະກໍາລຸ້ນໃໝ່ຢູ່ນະຄອນໂຮ່ຈີມິນ
ໃນຂອບເຂດການເຮັດວຽກ, ທ່ານ Vikrom Kromadit, ຜູ້ກໍ່ຕັ້ງ, ທັງເປັນປະທານກຸ່ມບໍລິສັດ Amata, ໄດ້ແລກປ່ຽນກ່ຽວກັບການກໍານົດທິດລົງທຶນຂອງ Amata ຢູ່ ຫວຽດນາມ.
ທ່ານ ໃຫ້ຮູ້ວ່າ ປີນີ້ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງກຸ່ມບໍລິສັດ Amata ຄົບຮອບ 50 ປີ. ພາຍຫຼັງພັດທະນາມາເປັນເວລາກວ່າສາມທົດສະວັດ, Amata ໄດ້ສ້າງເຂດອຸດສາຫະກໍາທີ່ມີເນື້ອທີ່ກວ່າ 140 km² ຢູ່ຫຼາຍປະເທດ, ດຶງດູດໂຮງງານກວ່າ 1.600 ແຫ່ງ, ປະກອບສ່ວນເຂົ້າ GDP ກວ່າ 50 ຕື້ໂດລາສະຫະລັດຈາກບັນດາວິສາຫະກິດທີ່ເຄື່ອນໄຫວໃນລະບົບນິເວດຂອງກຸ່ມບໍລິສັດ.
ສະເພາະຢູ່ຫວຽດນາມ, Amata ໄດ້ມີໜ້າມາກວ່າ 30 ປີແລ້ວ ດ້ວຍຍອດເງິນລົງທຶນທັງໝົດປະມານ 1.5 ຕື້ໂດລາສະຫະລັດ, ໃນນັ້ນ ຫຼາຍກວ່າເຄິ່ງໜຶ່ງແມ່ນຢູ່ແຂວງດົ່ງນາຍ. ໄລ່ມາຮອດປີ 2024, ເຂດອຸດສາຫະກຳ Amata ຢູ່ຫວຽດນາມ ໄດ້ດຶງດູດການລົງທຶນຫຼາຍກວ່າ 8 ຕື້ໂດລາສະຫະລັດ, ກາຍເປັນໜຶ່ງໃນຜູ້ພັດທະນາພື້ນຖານໂຄງລ່າງອຸດສາຫະກຳຕ່າງປະເທດໃຫຍ່ທີ່ສຸດຢູ່ຫວຽດນາມ.
ທ່ານນາງ Somhatai Panichewa ຜູ້ຕາງໜ້າກຸ່ມບໍລິສັດ Amata ປະຈຳ ຫວຽດນາມ ກ່າວວ່າ ກຸ່ມບໍລິສັດພວມຄົ້ນຄວ້າສະເໜີລົງທຶນເຂດອຸດສາຫະກໍາໃໝ່ຢູ່ເຂດ ເຈົາດຶກ (ບ່າເຣ້ຍ-ຫວູງເຕົ່າ, ປະຈຸບັນແມ່ນຂຶ້ນກັບນະຄອນໂຮ່ຈີມິນ) ດ້ວຍຍອດເງິນລົງທຶນຢ່າງໜ້ອຍສຸດ 180 ລ້ານໂດລາສະຫະລັດ, ສຸມໃສ່ຂະແໜງເຕັກໂນໂລຢີສູງ, logistics ແລະເຂດຕົວເມືອງອັດສະລິຍະ.
ນະຄອນໂຮ່ຈີມິນ ເປີດກວ້າງຂົງເຂດພັດທະນາ, ກຽມພ້ອມຕ້ອນຮັບນັກລົງທຶນໄທ
ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນວັນເດືອກ ເນັ້ນໜັກວ່າ ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະໄທ ແມ່ນ “ການພົວພັນລະຫວ່າງ ເພື່ອນສອງຄົນໃນຊາຍຄາອາຊຽນ”, ດ້ວຍໝາກຜົນການຮ່ວມມືດ້ານເສດຖະກິດ-ການຄ້າທີ່ຕັ້ງໜ້າທີ່ສຸດ. ປະຈຸບັນ, ໄທ ແມ່ນນັກລົງທຶນໃຫຍ່ທີ 9 ຢູ່ ຫວຽດນາມ ແລະແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າໃນພາກພື້ນ.
“ຖ້າຫາກວ່າບໍ່ມີຫຍັງປ່ຽນແປງ, ໃນເດືອນ ພະຈິກ, ສູນການເງິນສາກົນນະຄອນໂຮ່ຈີມິນ ຈະໄດ້ສ້າງຕັ້ງຂຶ້ນ” ປະທານຄະນະກໍາມະການປະຊາຊົນນະຄອນ ແບ່ງປັນ, ພ້ອມທັງໃຫ້ຮູ້ວ່າ ໃນຈຳນວນທຶນ FDI ທີ່ມີຢູ່ 8,3 ຕື້ໂດລາສະຫະລັດ, ໃນນັ້ນ ກວ່າ 2 ຕື້ໂດລາສະຫະລັດ ແມ່ນລົງທຶນເຂົ້າຂົງເຂດເສດຖະກິດດີຈີຕອນ - ເປັນພະຍານຫຼັກຖານທີ່ພິສູດໃຫ້ວ່າ ນະຄອນ ໂຮ່ຈີມິນ ນັບມື້ນັບມີຄວາມດຶງດູດໃນສັງກາດຫັນເປັນດີຈີຕອນ ແລະອຸດສາຫະກໍາ 4.0.
ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຢືນຢັນວ່າ: “ຜົນສໍາເລັດຂອງວິສາຫະກິດກໍ່ແມ່ນຜົນສໍາເລັດຂອງນະຄອນ. ຄວາມຫຍຸ້ງຍາກຂອງວິສາຫະກິດກໍ່ແມ່ນສິ່ງທ້າທາຍຂອງພວກຂ້າພະເຈົ້າ. ຍາມໃດນະຄອນໂຮ່ຈີມິນ ກໍ່ຮ່ວມເດີນທາງ, ແບ່ງປັນ ແລະປາດຖະໜາຢາກດຶງດູດນັກລົງທຶນໄທໃຫ້ຫຼາຍຂຶ້ນ, ໃນນັ້ນມີ Amata, ມາຊອກຮູ້ ແລະລົງທຶນຢູ່ນະຄອນໃໝ່”.
ຕໍ່ກັບຂໍ້ສະເໜີຂອງ Amata, ທ່ານປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຕີລາຄາວ່າ ນີ້ແມ່ນໂຄງການທີ່ສອດຄ່ອງກັບການວາງແຜນຜັງພັດທະນາອຸດສາຫະກໍາ-logistics ຂອງນະຄອນ.
ທ່ານ ຫງວຽນວັນເດືອກ ຍັງສະແດງຄວາມຊົມເຊີຍຕໍ່ຄວາມສາມາດ ແລະປະສົບການຂອງ Amata ໃນການພັດທະນາເຂດອຸດສາຫະກຳທີ່ທັນສະໄໝຢູ່ຫວຽດນາມ, ໂດຍເນັ້ນໜັກວ່າ: "ພວກຂ້າພະເຈົ້າ ລ້ວນແຕ່ສະໜັບສະໜູນແຜນນະໂຍບາຍລົງທຶນເຂດອຸດສາຫະກໍາໃໝ່ຂອງ Amata ຢູ່ນະຄອນໂຮ່ຈີມິນ, ພ້ອມທັງ ກຽມພ້ອມໜູນຊ່ວຍເປີດກວ້າງໄປຍັງເຂດອຸດສາຫະກໍາທີ່ໃກ້ຄຽງ ຄື ບິ່ງເຢືອງ ແລະບ່າເຣ້ຍ-ຫວູງເຕົ່າ”.
ການຕ້ອນຮັບໄດ້ດໍາເນີນໄປໃນສະພາບການທີ່ຫວຽດນາມ ແລະໄທ ພວມສົ່ງເສີມການເຄື່ອນໄຫວມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1976-2026). ສອງປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ປະຊາຊົນ, ໃນນັ້ນ ມີການເປີດສາຍການບິນ ແລະເພີ່ມຖ້ຽວບິນລະຫວ່າງສອງປະເທດຕື່ມອີກ-ພິເສດແມ່ນຈາກນະຄອນໂຮ່ຈີມິນ.
ທ່ານນາງ Urawadee Sriphiromya ໃຫ້ຮູ້ວ່າ: “ອາທິດແລ້ວນີ້, ພວກຂ້າພະເຈົ້າ ໄດ້ເຮັດວຽກກັບກົມການບິນຫວຽດນາມ ເພື່ອປຶກສາຫາລືກ່ຽວກັບການເປີດສາຍການບິນຕື່ມອີກ. ຫວັງວ່າການນໍານະຄອນໂຮ່ຈີມິນ ຈະສືບຕໍ່ສະໜັບສະໜູນ ເພື່ອເພີ່ມທະວີການເຊື່ອມຕໍ່ພົວພັນການຄ້າ, ການທ່ອງທ່ຽວລະຫວ່າງສອງປະເທດ”.
ສິ້ນສຸດການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມືລະອຽດໃນຂົງເຂດການລົງທຶນ, logistics, ອຸດສາຫະກໍາສີຂຽວ ແລະຕົວເມືອງອັດສະລິຍະ, ປະກອບສ່ວນຫັນຄໍາໝັ້ນສັນຍາຮ່ວມ: “ຫວຽດນາມ ແລະໄທ ພ້ອມກັນພັດທະນາໃຫ້ຈະເລີນຮຸ່ງເຮືອງ, ມຸ່ງໄປເຖິງອະນາຄົດທີ່ຍືນຍົງຂອງພາກພື້ນອາຊຽນ” ໃຫ້ປະກົດຜົນເປັນຈິງ.
ໂດຍ: ໄຊນີດາ