ແຂກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ໃນເດືອນຕຸລາ ມີລະດັບສູງສະຖິຕິ
ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນໃນເດືອນຕຸລາ 1,73 ລ້ານເທື່ອຄົນ, ເຊິ່ງເປັນລະດັບສູງສຸດໃນປະຫວັດສາດ ເມື່ອທຽບໃສ່ໄລຍະດຽວກັນຂອງທຸກປີ ແລະເພີ່ມຂຶ້ນເກືອບ 14% ເມື່ອທຽບໃສ່ເດືອນກ່ອນ. ນີ້ແມ່ນຕົວເລກໂດຍກົມສະຖິຕິປະກາດໃນຕອນເຊົ້າວັນທີ 6 ພະຈິກ.
    |
 |
|
ແຂກທ່ອງທ່ຽວສາກົນຢ້ຽມຢາມເຂດວາງສະແດງຜະລິດຕະພັນຫັດຖະກຳຂອງຫວຽດນາມ ຢູ່ ວັນໝຽວ - ກວັກຕືຢາມ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມກົມສະຖິຕິ, ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ ໃນເດືອນ ຕຸລາ ກໍເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ບັນດາຕະຫຼາດທີ່ສົ່ງແຂກທ່ອງທ່ຽວມາຫຼາຍລ້ວນແຕ່ມີການເຕີບໂຕ, ເຊັ່ນ: ຈີນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ອາເມລິກາ, ອົດສະຕາລີ, ກຳປູເຈຍ. ບັນດາຕະຫຼາດນີ້ເພີ່ມຂຶ້ນແຕ່ 10 – 24% ເມື່ອທຽບໃສ່ເດືອນກັນຍາ.
ໄລ່ສະເລ່ຍ 10 ເດືອນຕົ້ນປີ 2025, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ 17,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ຟ້າມຫາຍກວິ່ງ ຫົວໜ້າສະຖາບັນພັດທະນາການທ່ອງທ່ຽວອາຊີ ໃຫ້ຂໍ້ສັງເກດວ່າ ຕົວເລກ 1,7 ລ້ານເທື່ອຄົນນີ້ ແມ່ນ “ໝາກຜົນສູງສຸດ”, ມີສັນຍານທີ່ດີໃຫ້ແກ່ຂະແໜງການທ່ອງທ່ຽວ. ນີ້ແມ່ນກຳລັງຜັກດັນທີ່ສຳຄັນເພື່ອໃຫ້ທົ່ວຂະແໜງທ່ອງທ່ຽວຫວຽດນາມ ມຸ່ງໄປເຖິງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 22 - 23 ລ້ານເທື່ອຄົນໃນປີນີ້.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ