ຕາມບົດລາຍງານໂດຍໄວ ຮອດເວລາ 11 ໂມງຂອງວັນ 7 ພະຈິກ, ກົມຄຸ້ມຄອງຄັນຄູ ແລະປ້ອງກັນຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ແລ້ວ, ພາຍຸ (ພາຍຸ ລູກທີ 13) ເຮັດໃຫ້ມີ 5 ຄົນເສຍຊີວິດ, 3 ຄົນຫາຍສາບສູນ ແລະ 7 ຄົນຮັບບາດເຈັບ. ມີເຮືອນ 61 ຫຼັງຢູ່ແຂວງຢາລາຍ ແລະ ດັກລັກ ຖືກພັງຖະລົ່ມລົງ, ມີເຮືອນເກືອບ 2.900 ຫຼັງ ຖືກລົມພັດຫຼັງຄາເຮືອນເປີດ ແລະເປ່ເພ.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ພາຍຸ Kalmaegi ແມ່ນພາຍຸທີ່ຮ້າຍແຮງ ແຕ່ຍ້ອນການຄາດຄະເນຢ່າງທັນການ, ຕິດແທດຕົວຈິງ ແລະ ຖືກທິດ, ດັ່ງນັ້ນຜົນເສຍຫາຍໄດ້ຈຳກັດຢູ່ລະດັບຕ່ຳທີ່ສຸດ. ບັນດາທ້ອງຖິ່ນໄດ້ເປັນເຈົ້າການປ້ອງກັນຕ້ານ, ມີແຜນການຍົກຍ້າຍປະຊາຊົນທີ່ເໝາະສົມ, ຈັດຕັ້ງການຫ້າມອອກທະເລຢ່າງເຂັ້ມງວດ ແລະ ພິເສດແມ່ນປະຕິບັດທິດນຳ “4 ຢູ່ກັບທີ່” ຢ່າງມີປະສິດທິຜົນ, ຍ້ອນເຫດນັ້ນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນເສຍຫາຍຢ່າງໜ້ອຍສຸດໃນພາກພື້ນ.

ທ່ານຮອງນາຍົກລັດຖະມົນຕີ ສະເໜີອຳນາດການປົກຄອງ, ບັນດາພະແນກ, ຂະແໜງການ, ກຳລັງທີ່ກ່ຽວຂ້ອງຕ້ອງຜັນຂະຫຍາຍບັນດາວຽກງານແກ້ໄຂພາຍຫຼັງພາຍຸໂດຍໄວ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ. ລັດຖະບານ ຈະພິຈາລະນາງົບປະມານ, ໜູນຊ່ວຍບັນດາແຂວງ ອີງຕາມສະພາບການຕົວຈິງ, ໃນສະເພາະໜ້າ ລັດຖະບານ ຈະໜູນຊ່ວຍເງິນເປັນຈຳນວນ 50 ຕື້ດົ່ງ (2,1 ລ້ານ USD) ຈາກງົບປະມານໃຫ້ແກ່ບັນດາແຂວງຖືກຜົນເສຍຫາຍຢ່າງໜັກໜ່ວງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ