ພ້ອມກັບກົມທ່ອງທ່ຽວແຫ່ງຊາດຫວຽດນາມ, ວິສາຫະກິດທ່ອງທ່ຽວ, ໂຮງແຮມ ແລະບໍລິສັດການບິນແຖວໜ້າຂອງຫວຽດນາມ 18 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມ B2B (ວິສາຫະກິດກັບວິສາຫະກິດ), ໂດຍເຊື່ອມຕໍ່ກັບວິສາຫະກິດທ່ອງທ່ຽວ, ສະມາຄົມ, ບໍລິສັດການບິນ ແລະອົງການສື່ມວນຊົນຫຼາຍຮ້ອຍແຫ່ງຂອງສະຫະລັດອາເມລິກາ.

leftcenterrightdel
ນຳສະເໜີຜະລິດຕະພັນທ່ອງທ່ຽວຫວຽດນາມ ໃຫ້ແກ່ລູກຄ້າສະຫະລັດອາເມລິກາ. ພາບ: vov.vn

ທ່ານນາງ ຫງວຽນທິມາຍຮວາ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ສະຫະລັດອາເມລິກາ ເປັນໜຶ່ງໃນບັນດາຕະຫຼາດທ່ອງທ່ຽວທີ່ຫວຽດນາມ ໃຫ້ບຸລິມະສິດແຖວໜ້າ: "ສະຫະລັດອາເມລິກາ ບໍ່ພຽງແຕ່ເປັນຕະຫຼາດທີ່ມີນັກທ່ອງທ່ຽວມາທ່ຽວຫວຽດນາມ ເປັນຈຳນວນຫຼວງຫຼາຍເທົ່ານັ້ນ, ຫາກຍັງມີການໃຊ້ຈ່າຍຫຼາຍ, ພັກເຊົາໃນເວລາຍາວ, ໂດຍປົກກະຕິແມ່ນເຖິງ 12 ມື້. ສະນັ້ນ, ນີ້ແມ່ນໜຶ່ງໃນຕະຫຼາດຕົ້ນຕໍທີ່ຂະແໜງການຂອງພວກຂ້າພະເຈົ້າມຸ່ງໄປເຖິງ”.

ທີ່ເຫດການນີ້, ຄູ່ຮ່ວມມືສະຫະລັດອາເມລິກາ ຫຼາຍຄົນໄດ້ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນຂອງການທ່ອງທ່ຽວຫວຽດນາມ, ສະແດງຄວາມປາດຖະໜາຢາກຮ່ວມມືເປີດກວ້າງບັນດາສາຍການບິນໃໝ່ ແລະຜະລິດຕະພັນການທ່ອງທ່ຽວໃໝ່, ພ້ອມທັງເພີ່ມທະວີການໂຄສະນາເຜີຍແຜ່ຈຸດນັດພົບຂອງຫວຽດນາມ ໃນຕະຫຼາດອາເມລິກາເໜືອ.

ຫຼັງຈາກວໍຊິງຕັນດີຊີ, ລາຍການດັ່ງກ່າວຈະຈັດຂຶ້ນທີ່ນິວຢອກ (ວັນທີ 6 ພະຈິກ) ແລະບອສຕັນ (ວັນທີ 10 ພະຈິກ). ໃນແຕ່ລະສະຖານທີ່, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຈະນຳສະເໜີຜະລິດຕະພັນ, ນະໂຍບາຍ ແລະຈຸດນັດພົບໃໝ່ຂອງຫວຽດນາມ, ໂດຍສຸມໃສ່ເຂົ້າໃນບັນດາປະເພດທີ່ຕະຫຼາດສະຫະລັດອາເມລິກາ ເອົາໃຈໃສ່ ຄື ການທ່ອງທ່ຽວພັກຜ່ອນທະເລ, ການທ່ອງທ່ຽວ golf, ການທ່ອງທ່ຽວ MICE (ການທ່ອງທ່ຽວທີ່ລວມເອົາກອງປະຊຸມ, ກອງປະຊຸມສຳມະນາ, ການຍ້ອງຍໍ ແລະງານວາງສະແດງ), ການທ່ອງທ່ຽວສົ່ງເສີມສຸຂະພາບ, ການທ່ອງທ່ຽວມໍລະດົກ ແລະການທ່ອງທ່ຽວດ້ານອາຫານການກິນ.

ຜ່ານການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດ, ການພົບປະແລກປ່ຽນວັດທະນະທໍາ, ລາຍການດັ່ງກ່າວເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນມິດຕະພາບ ແລະຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

ໂດຍ: ຈາງຫງວຽນ