leftcenterrightdel
ພາບປະກອບຄັດຈາກ: vov.vn

ໝູ່ບ້ານທ່ອງທ່ຽວເຂດຊຸມຊົນກິ່ງເຊີນ (ລ້າງເຊີນ) ຫາກໍ່ມີຄວາມເປັນກຽດໄດ້ຮັບນາມມະຍົດ “ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ 2025” ໂດຍອົງການທ່ອງທ່ຽວ ສປຊ (UN Tourism) ມອບໃຫ້. ບັນດາສະຖານທີ່ໄດ້ຮັບລາງວັນໃນຄັ້ງນີ້ໄດ້ຮັບການຄັດເລືອກຈາກສຳເນົາເອກະສານ 270 ຊຸດທີ່ມາຈາກ 65 ປະເທດ, ອີງຕາມມາດຖານກ່ຽວກັບຄຸນຄ່າລັກແຫຼ່ງດ້ານຊັບພະຍາກອນທຳມະຊາດ ແລະວັດທະນະທໍາທ້ອງຖິ່ນ, ພ້ອມທັງມີບັນດາການກະທຳປ່ຽນແປງໃໝ່, ໃຫ້ຄຳໝັ້ນສັນຍາພັດທະນາການທ່ອງທ່ຽວເໝາະສົມກັບເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.

ລາງວັນນີ້ບໍ່ພຽງແຕ່ເຊີດຊູສະຖານທີ່ທ່ອງທ່ຽວທ້ອງຖິ່ນຂອງລ້າງເຊີນເທົ່ານັ້ນ ຫາກຍັງປະກອບສ່ວນຊ່ວຍການທ່ອງທ່ຽວ ຫວຽດນາມ ກຳນົດທິດ, ຊຸກຍູ້ ແລະພັດທະນາຂະແໜງການທ່ອງທ່ຽວຕາມທິດຍືນຍົງ, ມີຄວາມຮັບຜິດຊອບ ແລະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ, ວັດທະນະທໍາເຂດຊຸມຊົນຢູ່ທ້ອງຖິ່ນ, ກໍ່ຄືສ້າງທີ່ຕັ້ງບົດບາດຂອງການທ່ອງທ່ຽວລ້າງເຊີນໃນແຜນທີ່ການທ່ອງທ່ຽວໂລກ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ