leftcenterrightdel
ພາຍຸ Kalmaegi ກໍ່ຄວາມເສຍຫາຍຢູ່ ຢາລາຍ. ພາບ: vov.vn

ຄະນະຂົນຂວາຍການກູ້ຊ່ວຍສູນກາງ ໄດ້ຕົກລົງແຈກຢາຍຈຳນວນເງິນ 1,1 ລ້ານໂດລາສະຫະລັດ ໃຫ້ແກ່ 3 ແຂວງກວ໋າງຫງາຍ, ຢາລາຍ, ດັກລັກ ເພື່ອໜູນຊ່ວຍບັນດາແຂວງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi ໂດຍໄວ. ໄລ່ມາຮອດວັນທີ 7 ພະຈິກ, ຄະນະຂົນຂວາຍການກູ້ຊ່ວຍສູນກາງ ໄດ້ແຈກຢາຍເງິນກວ່າ 91% ຈຳນວນເງິນທີ່ໄດ້ຮັບໃຫ້ແກ່ 19 ແຂວງ, ນະຄອນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຂອງພາຍຸ 3 ລູກ ແລະຝົນຕົກນໍ້າຖ້ວມໃນເມື່ອກ່ອນ. ປັດຈຸບັນ, ບັນດາອົງການ, ສ່ວນບຸກຄົນສືບຕໍ່ອຸປະຖຳໃຫ້ບັນດາທ້ອງຖິ່ນຖືກເສຍຫາຍຍ້ອນພາຍຸຜ່ານບັນຊີຂອງຄະນະຂົນຂວາຍກູ້ຊ່ວຍສູນກາງ - ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn